ລາຍການສະແດງສິລະປະ “3 ແຍກດົງໂລກອະມະຕະ”

   ລາຍການສະແດງສິລະປະ “3 ແຍກດົງໂລກອະມະຕະ”    - ảnh 1
ອະນຸສາວະລີໄຊຊະນະດົງໂລກ

(vovworld)- ຕອນ​ຄ່ຳ​ວັນ​ທີ 24/7, ຢູ່ເຂດປູຊະນີຍະສະຖານປະຫວັດສາດ 3 ແຍກດົງໂລກ ທີ່ແຂວງຮ່າຕິ້ງ, ໜັງສືພິມເຍີນເຢີນ ສຽງຂອງພັກກອມມູນິດ ຫວຽດນາມ ​ໄດ້​ສົມທົບ​ກັບ​ໂທລະພາບ​ຫວຽດນາມ, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຮ່າ​ຕິ້ງ ຈັດ​ຕັ້ງ​ລາຍການ​ສະ​ແດງ​ສິລະ​ປະ “3 ແຍກດົງໂລກອະມະຕະ”  ແລະ ມອບໃບຢັ້ງຢືນເຂດປູຊະນີຍະສະຖານລະດັບຊາດພິເສດໃຫ້ແກ່ເສັ້ນທາງ ໂຮ່ຈິມິນ(ໝາຍເຖິງ ເສັ້ນທາງສາຍພູຫຼວງ). ລາຍການ​ສະ​ແດງ​ສິລະ​ປະ “3 ແຍກດົງໂລກອະມະຕະ” ຖືກຈັດຂຶ້ນກົງ​ກັບ​​ໂອກາດ​ສະ​ເຫຼີ​ມສະຫຼອງ 46 ປີ​ແຫ່ງ​ວັນ​ໄຊຊະນະ​ປະຫວັດສາດ 3 ແຍກດົງໂລກ (24/7/1968-24/7/2014)  ​ແລະ ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ນາງ​ສາວ​ຕະລຸມບອນ 10 ຄົນ ຊຶ່ງ​ໄດ້​ເສຍສະຫຼະ​ຊີວິດ​ຢ່າງ​ພິລະ​ອາດ​ຫານ​ຂະນະ​ທີ່​ພວມ​ຖົມ​ຂຸມ​ລະ​ເບີດ​ເພື່ອ​ເປີດ​ທາງ​ໃຫ້​ລົດ​​ແລ່ນຜ່ານ
ຂ່າວ/ບົດ​ອື່ນ