ລາຍການສະແດງສິລະປະ ນຳແສງສະຫວ່າງມາສູ່ ຜູ້ອາຍຸສູງຖືກເສຍແສງຕາ


ລາຍການສະແດງສິລະປະ ນຳແສງສະຫວ່າງມາສູ່ ຜູ້ອາຍຸສູງຖືກເສຍແສງຕາ - ảnh 1

​(ພາບປະກອບ: gpcantho.com)

(vovworld) –​​ ຕອນ​ຄ່ຳວັນ​ທີ 29/9, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ຜູ້​ອາຍຸ​ສູງ​ຫວຽ​ດນາມ ສົມ​ທົບ​ກັບ​ສູນ​ກາງ​ສະພາກາ​ແດງ​ຫວຽດນາມ ​ໄດ້​ຈັດ​ລາຍການ​ສະ​ແດງ​ສິລະ​ປະ​ ນຳແສງສະຫວ່າງມາສູ່ຜູ້ອາຍຸສູງຖືກເສຍແສງຕາແນໃສ່​ຂົນຂວາຍ​ບັນດາ​ອົງການ​ຈັດຕັ້ງ, ສ່ວນ​ບຸກຄົນທັງ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ​ສະໜັບສະໜູນ​ເງິນ​ໃນ​ການກວດ, ປິ່ນປົວ, ​ໃຫ້​ຄຳ​ປຶກສາກ່ຽວ​ກັບ​ການ​ປິ່ນປົວ​ບັນດາ​ພະຍາ​ດ ຕາ​ໂດຍ​ບໍ່​ເກັບ​ເງິນ​ໃຫ້​ແກ່​ຜູ້​ອາຍຸ​ສູງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້,​ ທ່ານ​ນາງ ກູ່​ທິ​ເຮົ້າ, ປະທານສູນ​ກາງ​ຜູ້​ອາຍຸ​ສູງ​ຫວຽ​ດນາມ ​ໃຫ້​ຮູ້​ວ່າ: ລາຍການ​​ໄດ້​ປະກອບສ່ວນ​ປຸກລຸກ, ​ເສີມ​ສ້າງ​ມູນ​ເຊື້ອ​ຮັກ​ແພງ​ຊ່ວຍ​ເຫຼືອ​ຊື່​ງກັນ ​ແລະ ກັນ ​ແລະ ຫຼັກ​ສິນ​ທຳ “ກິນ​ເຂົ້າຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ“ ຂອງ​ຊາດ​ຫວຽດນາມ:

  “ໝາກຜົນໃນເບື້ອງຕົ້ນໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່, ການນຳພາຂອງພັກ, ລັດແລະ ຄະນະພັກ, ອຳນາດການປົກຄອງຂັ້ນຕ່າງໆ. ນີ້ກໍ່ແມ່ນໝາກຜົນແຫ່ງການຮ່ວມແຮງຮ່ວມໃຈຂອງທົ່ວສັງຄົມ, ​ເພື່ອນມີດສາກົນແລະ ບັນດາຜູ້ໃຈບຸນໃຈກຸສົນ. ຂ້າພະເຈົ້າເຊື່ອມໝັ້ນແລະ ຫວັງວ່າລາຍການຈະສືບຕໍ່ດຳເນີນໄປໃນຊຸມປີຕໍ່ໄປ“./.

 

ຂ່າວ/ບົດ​ອື່ນ