ລາຍການສະແດງສິລະປະຂ່ຳນັບຊົມເຊີຍຜົນສຳເລັດຂອງກອມປະຂຸມໃຫຍ່ຄັ້ງທີ 12 ຂອງພັກ

ລາຍການສະແດງສິລະປະຂ່ຳນັບຊົມເຊີຍຜົນສຳເລັດຂອງກອມປະຂຸມໃຫຍ່ຄັ້ງທີ 12 ຂອງພັກ - ảnh 1
ລາຍ​ການ “ຄວາມ​ເຊື່ອ​ໝັັ້ນ​ຕໍ່​ພັກ​ຕະ​ຫຼອດ​ໄປ”
(ພາບ: tapchicongsan)


(vovworld) –​ ເພື່ອ​ຂ່ຳ​ນັບ​ຊົມ​ເຊີຍ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ​ແລະ ວັນ​ສ່າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ (03/02/1930 - 03/02/2016), ຕອນ​ຮັບ​ບຸນ​ເຕັດ​ປີ​ວອກ 2016, ຕອນ​ຄ່ຳ​ວັນ​ທີ 30/01, ຢູ່​ຮ່າ​ໂນ້ຍ, ພະ​ແນກ​ບັນ​ນາ​ທິ​ການວາ​ລະ​ສານກອມ​ມູ​ນິດ, ​ໂທ​ລະ​ພາບ​ຫວຽດ​ນາມ ໄດ້​ຈັດ​ລາຍ​ການ​ສິ​ລະ​ປະ “ຄວາມ​ເຊື່ອ​ໝັັ້ນ​ຕໍ່​ພັກ​ຕະ​ຫຼອດ​ໄປ”. ກ່າວ​ຄຳ​ເຫັນ​ທີ່​ລາຍ​ການ, ທ່ານ​ ຫວູ​ວັນ​ຟຸກ, ຜູ​້​ອຳ​ນວຍ​ການ​ໃຫຍ່​ວາ​ລະ​ສານກອ​ມ​ມູ​ນິດ​ ເນັ້ນ​ໜັກ​ວ່າ.

      “ປະ​ເທດ​ຫວຽດ​ນາມ ພວມຢ​ືນ​ຢູ່​ຕໍ່​ໜ້າ​ບັນ​ດາ​ກາ​ລະ​ໂອ​ກາດ​ໃໝ່​ທີ່​ຍິ່ງ​ໃຫຍ່, ພ້ອມ​ທັງ​ກໍ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ, ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ແຕ່​ດ້ວຍ​ບົດ​ຮຽນ​ຂອງ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່ ເປັນ​ປະ​ຖົມ​ປັດ​ໃຈ, ​ພາຍ​ໃຕ້​ກຳນົດ​ທິດ​ຂອງ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ດ້ວຍ​ການ​ຊີ້​ນຳ​ນຳ​ພາ​ອັນ​ສະ​ຫຼາດ​ສ່ອງໃສ ແລະ ປ່ຽນ​ໃໝ່​ຢ່າງ​ບໍ​່​ຢຸດຢັ້ງ​ຂອງ​ພັກ​ກອມ​ມູນ​ິ​ຫວຽດ​ນາມ, ດ້ວຍ​ມູນ​ເຊື້ອ​ຊາ​ມັກ​ຄີ, ນ້ຳ​ໃຈຮັກ​ຊາດ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ປະ​ຊາ​ຊົ​ນ​ຫວຽດ​ນາມ ​ພວກ​ເຮົາ​ມີ​ຄວາມ​ເຊື່ອ​ໝັ້​ນ​ຢ່າງ​ແນວ​ແນ່​ວ່າ, ຫວຽດ​ນາມ ຈະ​ນຳ​ໃຊ້​ກາ​ລະ​ໂອ​ກາດ​ຜ່ານ​ຜ່າ​ທຸກ​ຄ​ວາມ​ຫຍຸ້ງ​ຍາກ, ສິ່ງ​ທ້​າ​ທາຍ​ເພື່ອ​ສືບ​ຕໍ່​ກ້າວ​ຂຶ້ນ​ເສັ້ນ​ທາງ​ສ້າງ​ປະ​ເທດ​ຫວຽດ​ນາມ​ ໃຫ້​ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະ​ຊາ​ທິ​ປະ​ໄຕ, ຍຸ​ຕິ​ທຳ ແລະ ສີ​ວິ​ໄລ.”

ຂ່າວ/ບົດ​ອື່ນ