ລາຍການສະແດງສິລະປະສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລາວ -ຫວຽດນາມ

(VOVWORLD) - ຕອນຄ່ຳວັນທີ 6 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ ໄດ້ດຳເນີນລາຍການສະແດງສິລະປະດ້ວຍຫົວຂໍ້ວ່າ “ສາຍຈິດມິດໃຈພິເສດ” ໂດຍບັນດານັກສິລະປິນ, ນັກສະແດງ ແລະ ນັກຮ້ອງຂອງໂຮງລະຄອນ ຮ້ອງລຳທຳເພງ ກອງທັບ ຫວຽດນາມ ສະແດງ ເພື່ອສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5/9/1962 -5/9/2017). 


ບັນດາຜູ້ແທນ ແລະ ຜູ້ຊົມ ໄດ້ຮັບຊົມລາຍການສະແດງສິລະປະ ທີ່ເປັນເອກະລັກສະເພາະ, ມີຊີວິດຊີວາໂດຍບັນດານັກ ສິລະປິນ, ນັກສະແດງ ແລະ ນັກຮ້ອງຂອງໂຮງລະຄອນ ຮ້ອງລຳທຳເພງ ກອງທັບ ຫວຽດນາມ ສະແດງດ້ວຍບັນດາບົດເພງ, ວາດຟ້ອນຍ້ອງຍໍຄວາມງາມຂອງບ້ານເກີດເມືອງນອນ, ປະເທດຊາດ, ປະຊາຊົນ ຫວຽດນາມ ແລະ ລາວ; ກ່ຽວກັບການພົວພັນມິດຕະພາບແບບພິເສດ ລາວ - ຫວຽດນາມ. ບັນດາບົດເພງດ້ວຍພາສາລາວ ໂດຍບັນດານັກ ສິລະປິນ, ນັກສະແດງ ແລະ ນັກຮ້ອງຂອງໂຮງລະຄອນ ຮ້ອງລຳທຳເພງ ກອງທັບ ຫວຽດນາມ ສະແດງນັ້ນ ໄດ້ຮັບການສະໜັບສະໜູນຢ່າງສຸດໃຈຈາກຜູ້ຊົມ.


ຕອບກັບ

ຂ່າວ/ບົດ​ອື່ນ