ລາຍການ“ອ້ອມແຂນປະເທດອາເມລິກາ”ຄັ້ງທີ5ດຳເນີນຢ່າງຟົດຟື້ນ ຢູ່ ນິວຢອກ

(VOVWORLD) -ແຕ່ວັນທີ 18-20 ສິງຫາ ຢູ່ ນິວຢອກ ປະເທດ ອາເມລິກາ ໄດ້ດຳເນີນເຫດການ “ອ້ອມແຂນປະເທດ ອາເມລິກາ” ຄັ້ງທີ 5 ໂດຍສະມາຄົມຊາວຫນຸ່ມ ຫວຽດນາມ ພວມຮ່ຳຮຽນ ຢູ່ ອາເມລິກາ ຈັດຕັ້ງ. 
ລາຍການ“ອ້ອມແຂນປະເທດອາເມລິກາ”ຄັ້ງທີ5ດຳເນີນຢ່າງຟົດຟື້ນ ຢູ່ ນິວຢອກ - ảnh 1 ລາຍການແຂ່ງຂັນກິລາຂອງບັນດານັກສຶກສາຫວຽດນາມ ຢູ່ ອາເມລິກາ

ເຂົ້າຮ່ວມເຫດການ ມີທ່ານ ຟ້າມກວາງວີງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ, ທ່ານ ນາງ ຫງວຽນເຟືອງງາ, ເອກອັກຄະລັດຖະທູດ, ຫົວຫນ້າຄະນະຜູ້ຕາງຫນ້າຫວຽດນາມ ປະຈຳ ສປຊ. ຈຸດເດັ່ນໃນເຫດການ “ອ້ອມແຂນປະເທດ ອາເມລິກາ” ປີນີ້ ແມ່ນ “ກອງປະຊຸມສຳມະນາແນະທຳວິຊາຊີບ” ໄດ້ດຳເນີນໃນວັນທີ 20 ສິງຫາ. ນອກນັ້ນ ແມ່ນບັນດາການເຄື່ອນໄຫວວັດທະນະທຳ ກິລາ ທີ່ດູດດື່ມຄື: ງານປະກວດດົນຕີ “DJ Challenge Final Roun”, ງານລາຕີ Gala Concert, ການແຂ່ງຂັນກິລາບານເຕະ ອອ້ມແຂນປະເທດ ອາເມລິກາ, ງານວາງສະແດງສິລະປະບໍລິຈາກເງິນສ້າງກອງທຶນກຸສົນໃຫ້ແກ່ເດັກນ້ອຍໂຮງໝໍ ຕືຢູ.

ຕອບກັບ

ຂ່າວ/ບົດ​ອື່ນ