ລາຍການໂທລະພາບຖ່າຍທອດສົດ “ກຳມະບານ ຫວຽດນາມ ມີກຽດສະຫງ່າ”

ລາຍການໂທລະພາບຖ່າຍທອດສົດ “ກຳມະບານ ຫວຽດນາມ ມີກຽດສະຫງ່າ”  - ảnh 1
ລາຍການ​ໂທລະພາບຖ່າຍ​ທອດ​ສົດ
“ກຳ​ມະ​ບານ ຫວຽດນາມ ມີ​ກຽດສະຫງ່າ”
(ພາບ: laodong.com.vn)

(vovworld) - ລາຍການ​ໂທລະພາບຖ່າຍ​ທອດ​ສົດດ້ວຍ​ຫົວ​ຂໍ້​ວ່າ “ກຳ​ມະ​ບານ ຫວຽດນາມ ມີ​ກຽດສະຫງ່າ” ​ໄດ້​ຮັບ​ການຈັດ​ຕັ້ງ​ໃນ​ວັນ​ທີ 28/7. ລາຍການ​ຖືກ​ຈັດ​ຕັ້ງ​ຢູ່ ​ແຂວງ ກວາງ​ນີງ, ນະຄອນຫຼວງ ຮ່າ​ໂນ້ຍ ​ແລະ ນະຄອນ ຊາຍ​ງ່ອນ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ລາຍການ​ສະ​ເຫຼີ​ມສະຫຼອງ 85 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກຳມະບານ ຫວຽດນາມ 28/7 (1929 – 2014). ລາຍການ​ໄດ້​ຍ້ອງ​ຍໍ​ສັນລະ​ເສີ​ນປະ​ເທດ​ຊາດ ​ແລະ ຊາວ ຫວຽດນາມ. ປຸກລຸກ​ການ​ແຂ່ງຂັນ, ອອກ​ແຮງ​ງານ​ທຳ​ການ​ຜະລິດ​ຂອງ​ຊົນ​ຊັ້ນ​ກຳມະ ກອນ ​ແລະ ປະຊາຊົນ​ຜູ້​ອອກ​ແຮງ​ງານ​ຂອງ​ທົ່ວ​ປະ​ເທດ. ຜ່ານ​ນັ້ນ ​ໄດ້​ສ່ອງ​ແສງ​ການ​ເຕີບ​​ໃຫຍ່​ຂອງ​ຊົນ​ຊັ້ນ​ກຳ​​ມະ​ກອນ ​ແລະ ອົງການ​ກຳມະບານ ຫວຽດນາມ ຜ່ານ 85 ປີ​ແຫ່ງ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ລາຍການ​ກໍ່​ໄດ້​ປະກອບສ່ວນ​ສຶກສາ, ບຳລຸງ​ອຸດົມ​ຄະຕິ​ກອມ​ມູນິດ, ມູນ​ເຊື້ອ​ຮັກ​ຊາດ ​ແລະ ການ​ປະຕິວັດ​ຂອງ​ຊົນ​ຊັ້ນ​ກຳມະກອນ, ກຳມະບານ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ; ປຸກລຸກ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ປະ​ເທດ​ຊາດ, ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ພັກ ​ແລະ ກິດຈະການ​ປ່ຽນ​ໃໝ່​ປະ​ເທດ​ຊາດ.

        ກ່າວ​ຄວາມ​ເຫັນ​ໄຂ​ລາຍການ​ໂທລະພາບ​ຖ່ານ​ທອດ​ສົດ, ທ່ານ​ປະທານ​ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ດັ້ງ​ງອກ​ຕຸ່ງ, ​ເນັ້ນ​ໜັກ​ວ່າ​ກຳມະບານ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເປີດ​ກວ້າງ​ບໍລິ​ເວນ​ເຄື່ອນ​ໄຫວ​ໃຫ້​ເໝາະ​ສົມ​ກັບ​ການ​ພັດທະນາ​ຢ່າງ​ໄວວາ​ຂອງ​ບັນດາ​ຮູບ​ການ​ວິ​ສາ​ຫະກິດ; ຈັດການ​ເຄື່ອນ​ໄຫວ​ກຳມະບານ​ຢູ່​ຂັ້ນ​ຮາກ​ຖານ, ຂົນຂວາຍ​ຊາວ​ຜູ້​ອອກ​ແຮງ​ງານ​ໃນ​ທຸກ​ພາກສ່ວນ​ເສດຖະກິດ​ສາມັກຄີ​ກັນຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ​ທຸກ​ຢ່າງ​ເພື່ອ​ສຳ​ເລັດ​ໜ້າ​ທີ່ ທີ່​ໄດ້​ຮັບ​ມອບ​ໝາຍ. ກຳມະບານ​ທຸກ​ຂັ້ນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍວຽກ​ງານ​ສັງຄົມ​, ກຸສົນ​ເປັນ​ປະຈຳ, ກວ້າງຂວາງ, ຊ່ວຍ​ເຫຼືອ, ລະດົມ​ກຳລັງ​ໃຈ​ຜູ້​ປະສົບ​ກັບ​ຄວາມ​ຫຍຸ​້ງ ຍາກ​ຢ່າງທັນ​ການເພື່ອ​ໃຫ້​ຜູ້​ອອກ​ແຮງ​ງານ​ອຸ່ນ​ອ່ຽນ​ໃຈ, ສືບ​ຕໍ່​ອຸທິດ​ສ່ວນ​ໃຫ້​ແກ່​ປະ​ເທດ​ຊາດ. ຄຽງ​ຂ້າງ​ນັ້ນ, ກຳມະບານ​ກໍ່​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພັກ, ຫຼໍ່​ຫຼອມ, ສຶກສາ, ບຳລຸງ, ສະ​ເໜີ​ກຳມະກອນ​ທີ່​ດີ​ເດັ່ນ​ຫຼາຍ​ຄົນ​ໃຫ້​ພັກ​ພິຈາລະນາ​ເພື່ອ​ຮັບ​ເຂົ້າ​ເປັນ​ສະມາຊິກ​ພັກ.

ຂ່າວ/ບົດ​ອື່ນ