ລາຍການໂທລະພາບຖ່າຍທອດສົດ“ກຳມະບານຫວຽດນາມມີອຽດສະຫງ່າ”

ລາຍການໂທລະພາບຖ່າຍທອດສົດ“ກຳມະບານຫວຽດນາມມີອຽດສະຫງ່າ” - ảnh 1
ພາບປະກອບ

(vovworld) - ລາຍການ​ໂທລະພາບຖ່າຍ​ທອດ​ສົດດ້ວຍ​ຫົວ​ຂໍ້​ວ່າ “ກຳ​ມະ​ບານ ຫວຽດນາມ ມີ​ກຽດສະຫງ່າ” ​ໄດ້​ຮັບ​ການຈັດ​ຕັ້ງ​ໃນ​ວັນ​ທີ 28/7. ລາຍການ​ຖືກ​ຈັດ​ຕັ້ງ​ຢູ່ ​ແຂວງ ກວາງ​ນີງ, ນະຄອນຫຼວງ ຮ່າ​ໂນ້ຍ ​ແລະ ນະຄອນ ຊາຍ​ງ່ອນ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ລາຍການ​ສະ​ເຫຼີ​ມສະຫຼອງ 85 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກຳມະບານ ຫວຽດນາມ 28/7 (1929 – 2014). ລາຍການ​ໄດ້​ຍ້ອງ​ຍໍ​ສັນລະ​ເສີ​ນປະ​ເທດ​ຊາດ ​ແລະ ຊາວ ຫວຽດນາມ. ປຸກລຸກ​ການ​ແຂ່ງຂັນ, ອອກ​ແຮງ​ງານ​ທຳ​ການ​ຜະລິດ​ຂອງ​ຊົນ​ຊັ້ນ​ກຳມະກອນ ​ແລະ ປະຊາຊົນ​ຜູ້​ອອກ​ແຮງ​ງານ​ຂອງ​ທົ່ວ​ປະ​ເທດ. ຜ່ານ​ນັ້ນ ​ໄດ້​ສ່ອງ​ແສງ​ການ​ເຕີບ​​ໃຫຍ່​ຂອງ​ຊົນ​ຊັ້ນ​ກຳ​​ມະ​ກອນ ​ແລະ ອົງການ​ກຳມະບານ ຫວຽດນາມ ຜ່ານ 85 ປີ​ແຫ່ງ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

 


ຂ່າວ/ບົດ​ອື່ນ