ລາວ ຍົກສູງຄວາມຮັບຮູ້ກ່ຽວກັບການພົວພັນ ລາວ - ຫວຽດນາມ ໃຫ້ແກ່ລຸ້ນໜຸ່ມ

(VOVWORLD) - ວັນທີ 22 ກັນຍາ, ຄະນະຊາວໜຸ່ມນະຄອນຫລວງ ວຽງຈັນ ໄດ້ຈັດຕັ້ງການພົບປະແລກປ່ຽນ ແລະ ການເສັງຊອກຮູ້ກ່ຽວກັບ “ສາຍພົວພັນ ແລະ ການຮ່ວມມື ລາວ - ຫວຽດນາມ” ໃຫ້ນັກຮຽນຊັ້ນປະຖົມ ແລະ ຊັ້ນມັດທະຍົມຕອນປາຍຢູ່ນະຄອນຫລວງ ວຽງຈັນ.
ລາວ ຍົກສູງຄວາມຮັບຮູ້ກ່ຽວກັບການພົວພັນ ລາວ - ຫວຽດນາມ ໃຫ້ແກ່ລຸ້ນໜຸ່ມ - ảnh 1ນັກຮຽນ ລາວ ເຂົ້າຮ່ວມຕອບບັນດາຄຳຖາມກ່ຽວກັບການພົວພັນ ລາວ - ຫວຽດນາມ

ທີ່ການເສັງ, ມີນັກຮຽນ 32 ກຸ່ມ ທີ່ຕາງໜ້າໃຫ້ 32 ໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມຕອນປາຍຂອງນະຄອນຫລວງ ວຽງຈັນ ເຂົ້າຮ່ວມຕອບບັນດາຄຳຖາມກ່ຽວກັບການພົວພັນ ລາວ - ຫວຽດນາມ. ນອກຈາກ ຈັດຕັ້ງການເສັງຊອກຮູ້ກ່ຽວກັບການພົວພັນ ລາວ - ຫວຽດນາມ ແລ້ວ, ເພື່ອຊ່ວຍໃຫ້ຊາວໜຸ່ມ, ເຍົາວະຊົນນະຄອນຫລວງ ວຽງຈັນ ເຂົ້າໃຈແຈ້ງກ່ວາກ່ຽວກັບການພົວພັນໜຶ່ງບໍ່ມີສອງໃນໂລກລະຫວ່າງ 2 ປະເທດ, ຄະນະຊາວໜຸ່ມນະຄອນຫລວງ ວຽງຈັນ ຍັງໄດ້ຈັດຕັ້ງບັນດາເວທີປາໄສ, ການໂອ້ລົມກ່ຽວກັບມູນເຊື້ອສາຍພົວພັນ ລາວ - ຫວຽດນາມ ໃຫ້ຊາວໜຸ່ມ, ເຍົາວະຊົນຢູ່ໂຮງຮຽນຕ່າງໆອີກ.

ຕອບກັບ

ຂ່າວ/ບົດ​ອື່ນ