ລາວ ມອບຫຼຽນໄຊໃຫ້ ຫົວໜ້າຜູ້ຕ່າງໜ້າສຳນັກຂ່າວສານຫວຽດນາມ ປະຈຳລາວ

ລາວ ມອບຫຼຽນໄຊໃຫ້ ຫົວໜ້າຜູ້ຕ່າງໜ້າສຳນັກຂ່າວສານຫວຽດນາມ ປະຈຳລາວ  - ảnh 1
(ພິທີ​ປະດັບ​ຫຼຽນ​ໄຊ ຊັ້ນ 2 ​ໃຫ້​ແກ່​ທ່ານ ຮ່ວາງ​ແທງ​​ເຈືອງ,
 ຫົວໜ້າ​ຜູ້ຕ່າງ​ໜ້າ​ສຳນັກ​ຂ່າວສານ​ຫວຽດນາມ ປະຈຳ​ລາວ)


(vovworld) – ຕອນ​ຄໍ່າ​ວັນ​ທີ 23/01, ຢູ່​ນະຄອນຫຼວງ​ວຽງ​ຈັນ, ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ ​ໄດ້​ຈັດ​ຕັ້ງ​ພິທີ​ປະດັບ​ຫຼຽນ​ໄຊ ຊັ້ນ 2 ​ໃຫ້​ແກ່​ທ່ານ ຮ່ວາງ​​ແທງ​​ເຈືອງ, ຫົວໜ້າ​ຜູ້ຕ່າງ​ໜ້າ​ສຳນັກ​ຂ່າວສານ​ຫວຽດນາມ ປະຈຳ​ລາວ ຍ້ອນ​ໄດ້​ມີ​ການ​ປະກອບສ່ວນ​ໃນ​ອາຍຸ​ການ​ປະຕິບັດ​ງານ​ຢູ່​ລາວ ​ແຕ່​ປີ 2010 – 2014.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ສູນ​ທອນ ຄັນທະ​ວົງ, ຜູ້ອຳນວຍການ​ໃຫຍ່​ສຳນັກ​ຂ່າວສານ​ປະ​ເທດ​ລາວ​ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ທ່ານ ຮ່ວາງ​​ແທງ​​ເຈືອງ ​ໃນ​ວຽກ​ງານ​ໂຄສະນາ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ທ່ານ​ໃຫ້​ຮູ້​ວ່າ, ​ໃນ​ໄລຍະ​ຜ່ານ​ມາ, ທ່ານ ຮ່ວາງ​​ແທງ​​ເຈືອງ ​ໄດ້​ມີ​ການ​ປະກອບສ່ວນ​ສຳຄັນຫຼາຍ​ຢ່າງ ​ໃນ​ການ​ໂຄສະນາ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ບັນດາ​ເຫດການ​ຢູ່​ລາວ ກໍ່​ຄື​ໃຫ້​ຂ່າວ​ກ່ຽວ​ກັບ​ປະ​ເທດຊາ​ດ ​ແລະ ຊາວ​ລາວ​ເຖິງ​ເພື່ອນ​ມິດ​ຫວຽດນາມ ກໍ່​ຄື​ຢູ່​ໃນ​ໂລກ.

        ສ່ວນ​ທ່ານ ຮ່ວາງ​​ແທງ​​ເຈືອງ ສະ​ແດງ​ຄວາມ​ພາກພູມ​ໃຈ​ເນື່ອ​ໄດ້​ຮັບ​ຫຼຽນ​ໄລ​ອັນ​ສູງ​ສົ່ງ​ຂອງ​ລັດ​ລາວ, ທ່ານ​ໃຫ້​ຮູ້​ວ່າ, ​ຫຼຽນ​ໄຊ​ອັນ​ສູງ​ສົ່ງ​ນີ້, ນີ້​ບໍ່​ພຽງ​ແຕ່​ຄວາມ​ເປັນ​ກຽດ​ຂອງ​ຂ້າພະ​ເຈົ້າ​ເທົ່າ​ນັ້ນ ຫາກ​​​ແມ່ຄວາມ​ເປັນ​ກຽດ​ລວມຂອງ​ຖັນ​ແຖວ​ນັກ​ຂ່າວສານ​ຫວຽດນາມ ປະຈຳ​ລາວ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ