ລາວ, ລັດເຊຍ ໃຫ້ຄຳໝັ້ນສັນຍາພັດທະນາການພົວພັນຮ່ວມມື 2 ຝ່າຍຢ່າງມີປະສິດທິຜົນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ຫາກໍ່ມີການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການແຕ່ວັນທີ 26 – 27 ກັນຍາ. 

ການຢ້ຽມຢາມເປັນຂີດໝາຍສຳຄັນ ຊ່ວຍ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຍາວນານລະຫວ່າງ 2 ປະເທດເຂົ້າສູ່ລວງເລິກ ນັບແຕ່ເມື່ອ 2 ປະເທດໄດ້ສ້າງຕັ້ງການພົວພັນທາງການທູດໃນວັນທີ 07/10/1960. ທີ່ການພົບປະເຈລະຈາ 2 ຝ່າຍລະຫວ່າງທ່ານນາຍົກລັດຖະມົນຕີ ລາວ ກັບຄູ່ຕຳແໜ່ງປະເທດເຈົ້າພາບທ່ານ Dmitry Medvedev, 2 ຝ່າຍຕີລາຄາສູງການພົວພັນມິດຕະພາບ ແລະ ມູນເຊື້ອການຮ່ວມມື ບົນພື້ນຖານໄວ້ເນື້ອເຊື່ອໃຈ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ແມ່ນຄູ່ຮ່ວມມືຍຸດທະສາດຂອງກັນໃນພາກພື້ນ ອາຊີ - ປາຊີຟິກ. ນາຍົກລັດຖະມົນຕີ 2 ທ່ານລ້ວນແຕ່ຖືວ່າ: ການພົວພັນຮ່ວມມືລະຫວ່າງ 2 ປະເທດໄດ້ພັດທະນາຢ່າງບໍ່ຢຸດຢັ້ງ, ໂດຍຜ່ານບັນດາການຢ້ຽມຢາມເຊິ່ງກັນ ແລະ ກັນຂອງການນຳທຸກຂັ້ນລະຫວ່າງ 2 ປະເທດ; ຢືນຢັນວ່າ ຈະມານະພະຍາຍາມເພີ່ມທະວີ ແລະ ພັດທະນາການພົວພັນຮ່ວມມືອັນດີງາມລະຫວ່າງ 2 ປະເທດຢ່າງມີປະສິດທິຜົນ, ນຳການພົວພັນ 2 ຝ່າຍຂຶ້ນສູ່ລະດັບສູງໃໝ່…ເນື່ອງໃນໂອກາດນີ້, 2 ປະເທດໄດ້ລົງນາມໃນເອກະສານຮ່ວມມື 2 ຝ່າຍ 7 ສະບັບ. 

ຕອບກັບ

ຂ່າວ/ບົດ​ອື່ນ