ລາວ-ກຳປູເຈຍ ຕົກລົງແກ້ໄຂບັນຫາຊາຍແດນຢ່າງສັນຕິວິທີ

(VOVWORLD) - ໃນຕອນເຊົ້າວັນທີ 12 ສິງຫາ 2017. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສົມເດັດ ຮຸນເຊນ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກກຳປູເຈຍ
ລາວ-ກຳປູເຈຍ ຕົກລົງແກ້ໄຂບັນຫາຊາຍແດນຢ່າງສັນຕິວິທີ - ảnh 1ລາວ-ກຳປູເຈຍ ຕົກລົງແກ້ໄຂບັນຫາຊາຍແດນຢ່າງສັນຕິວິທີ (ພາບ: KPL) 

ໄດ້ມີການພົບປະ ປຶກສາຫາລືແກ້ໄຂບັນຫາຊາຍແດນລະຫວ່າງຂອງປະເທດ ແລະຮ່ວມກັນ ຖະແຫລງຂ່າວພາຍຫລັງສຳເລັດການພົບປະເຊິ່ງສັງລວມໄດ້ເນື້ອໃນ ສຳຄັນຄື: ສອງຝ່າຍໄດ້ປຶກສາຫາລືກັນຢ່າງກົງໄປກົງມາ ດ້ວຍຄວາມເປັນ ມິດເພື່ອບໍ່ໃຫ້ສະຖານະການໃນຂົງເຂດນັ້ນເຄັ່ງຕຶງ ຫລືໃຊ້ກຳລັງຕໍ່ກັນ; ສອງຝ່າຍ ໄດ້ຕົກລົງຖອນທະຫານອອກຈາກເຂດທີ່ມີບັນຫາທັງໝົດ, ພາຍຫລັງ ສົມເດັດຮຸນເຊນ ໄດ້ສັ່ງໃຫ້ຢຸດຕິການສ້າງເສັ້ນທາງເຂົ້າໄປເຂດ ດັ່ງກ່າວ ເພື່ຶອໃຫ້ສະຖານະການຢູ່ເຂດດັ່ງກ່າວເຂົ້າສູ່ສະພາບປົກກະຕິ ໂດຍໄວ, ສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນທັງສອງປະເທດວ່າຈະບໍ່ມີ ເຫດການທີ່ບໍ່ເພິ່ງປາຖະໜາເກີດຂຶ້ນ; ສອງຝ່າຍ ໄດ້ປຶກສາຫາລື ແລະ ຕົກລົງກັນ ໃຫ້ຄະນະກຳມາທິການຊາຍແດນຂອງສອງປະເທດ ກໍຄືສອງ ກະຊວງການຕ່າງປະເທດ ສືບຕໍ່ປຶກສາຫາລືພົບປະເຈລະຈາແກ້ໄຂບັນຫາ ຊາຍແດນທີ່ຍັງບໍ່ທັນໄດ້ຕົກລົງປັກຫລັກໝາຍນຳກັນໃຫ້ສຳເລັດໄວ ເທົ່າທີ່ ຈະໄວໄດ້.

ການພົບປະຂອງສອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ລາຊະອານາຈັກກຳປູເຈຍ ໃນຄັ້ງນີ້ ມີຂຶ້ນເພື່ອປຶກສາຫາລືກັນແກ້ໄຂສະ ພາບເຄັ່ງຕຶງຢູ່ເຂດຊາຍແດນລະຫວ່າງແຂວງອັດຕະປື ຂອງລາວ ແລະ ຊຽງແຕງ ຂອງກຳປູເຈຍ, ພາຍຫລັງເກີດເຫດການຄວາມບໍ່ເຂົ້າໃຈກັນ ເກີດຂຶ້ນໃນເຂດຊາຍແດນດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ