ລາວ-ກຳປູເຈຍ ເປີດນໍາໃຊ້ດ່ານສາກົນ ເພື່ອເຊື່ອມຈອດ ອາຊຽນ-ພາກພື້ນ

ລາວ-ກຳປູເຈຍ ເປີດນໍາໃຊ້ດ່ານສາກົນ ເພື່ອເຊື່ອມຈອດ ອາຊຽນ-ພາກພື້ນ - ảnh 1
ລາວ-ກຳປູເຈຍ ເປີດນໍາໃຊ້ດ່ານສາກົນ
ເພື່ອເຊື່ອມຈອດ ອາຊຽນ-ພາກພື້ນ
(ພາບ: KPL)

    ຕາມສຳນັກ​ຂ່າວສານ​ລາວ (KPL). ລາວ-ກໍາປູເຈຍ ຮ່ວມກັນເປີດນໍາໃຊ້ດ່ານສາກົນ ໜອງນົກຂຽນ-ຕຣາປຽງກຣຽນ ລະຫວ່າງສອງປະເທດ ຢ່າງເປັນທາງການ ໃນວັນທີ 10 ມັງກອນ 2017 ນີ້ ຢູ່​ເມືອງ​ໂຂງ ​ແຂວງ​ຈຳປາ​ສັກ ເພື່ອຍົກລະດັບ ດ້ານການພັດທະນາ ເສດຖະກິດ-ສັງຄົມ, ທ່ອງທ່ຽວ, ການຄ້າ, ການລົງທຶນ ແລະ ເຊື່ອມຈອດກັບອາຊຽນ ແລະ ພາກພື້ນ ເຊິ່ງພິທີເປີດດັ່ງກ່າວນີ້ ໂດຍໃຫ້ກຽດເຂົ້າຮ່ວມຂອງ ​ທ່ານ ທອງ​ລຸນ ສີ​ສຸ​ລິດ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ ສ​ປ​ປ ລາວ ແລະ ທ່ານ ສົມ​ເດັດອັກ​ຄະ​ມະ​ຫາ​ເສ​ນາ​ບໍ​ດີ ເຕ​ໂຈຮຸນ​ແຊນ, ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງຣາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ພ້ອມບັນ​ດາ​ລັດຖະມົນຕີ, ຮອງ​ລັດຖະມົນຕີ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ພ້ອມ​ດ້ວຍ ປະຊາຊົນ ຂອງສອງປະເທດ ເຂົ້າຮ່ວມ.

       ສປປ ລາວ ​ແລະ ຣາຊະ​ອານາຈັກ ​ກຳປູ​ເຈຍ ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ບ້ານ​ພີ່​ເມືອ​ງນ້ອງ, ມີ​ຊາຍ​ແດນ ​ແລະ ​ແມ່​ນໍ້າລຳ​ເຊ​ຕິດ​ຈອດ​ກັນ 535 ກິ​​ໂລ​ແມັດ, ນັບ ​ແຕ່​ປີ 2000 ​ເປັນ​ຕົ້ນ​ມາ ​ຈົນ​ເຖິງ​ປັດຈຸບັນ ສອງ​ປະ​ເທດ​ ສາມາດ​ສຳ​ຫລວດ ​ແລະ ປັກ​ຫລັກ​ໝາຍ​ໄດ້​ທັງ​ໝົດ 126 ຫລັກ, ລວມ​ຄວາມ​ຍາວ ທັງໝົດ 465 ກິ​​ໂລ​ແມັດ, ກວມ​ເອົາ 87% ຂອງ​ຄາດໝາຍ​ທີ່​ວາງ​ໄວ້ ​ແລະ ອື່ນໆ.

      ທ່ານ ທອງ​ລຸນ ສີ​ສຸ​ລິດ ກ່າວ​ວ່າ: ດ່ານສາກົນ ໜອງນົກຂຽນ-ຕຣາປຽງກຣຽນ ເປັນດ່ານສາກົນແຫ່ງທໍາອິດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ, ຜ່ານມາ ເຄີຍເປັນດ່ານທ້ອງຖິ່ນ ແລະ ໄດ້ຍົກລະດັບຂຶ້ນ ເປັນດ່ານສາກົນ ເພື່ອເອື້ອອໍານວຍ ຄວາມສະດວກ ດ້ານການຄ້າ, ການລົງທຶນ, ຄົມມະນາຄົມ, ການທ່ອງທ່ຽວ, ການພັດທະນາ ເສດຖະກິດ-ສັງຄົມ, ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນແຂວງ ຈຳປາສັກ ແຫ່ງ ສປປ ລາວ ແລະ ແຂວງຊຽງແຕງ ແຫ່ງ ຣາຊະອານາຈັກ ກຳປູເຈຍ. ຍ້ອນເລັ່ງເຫັນຄວາມສໍາຄັນ ຂອງການພັດທະນາ ແລະ ການຮ່ວມມືດັ່ງກ່າວ ລັດຖະບານ ສອງປະເທດ ໄດ້ຕົກລົງຍົກລະດັບ ໃຫ້ເປັນດ່ານສາກົນ, ມາ​ແຕ່​ຕົ້ນ​ເດືອນເມສາ 2009 ຈົນ​ມາ​ເຖິງ​ປັດຈຸບັນ ດ້ວຍຄວາມພະຍາຍາມ ຂອງ​ສອງ​ຝ່າຍ​ ໃນ​ການ​ກະກຽມ​ດ້ານ​ຕ່າງໆ ທັງ​ການ​ກໍ່ສ້າງ​ ພື້ນຖານ​ໂຄງ​ລ່າງ ​ແລະ ຂັ້ນ​ຕອນ​ເອກະສານ​ ລະບຽບການ​ກ່ຽວຂ້ອງ ເພື່ອສ້າງດ່ານແຫ່ງນີ້ ໃຫ້ກາຍເປັນດ່ານສາກົນ ຈົນສຳເລັດ ເຊິ່ງການ​ເປີດດ່ານສາກົນ​ນີ້, ຈັດ​ຂຶ້ນໃນທ່າມກາງ ບັນຍາກາດທີ່ສອງປະເທດ ໄດ້ສະເຫລີມສະຫລອງ ວັນສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງສອງປະເທດ ລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ ຄົບຮອບ 60 ປີ, ທັງເປັນການຕອບສະໜອງ ຄວາມມຸ້ງມາດປາດຖະໜາ ເພື່ອຮັດແໜ້ນສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ປະຊາຊົນສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ທັງເປັນການຊຸກຍູ້ ສົ່ງເສີມການທ່ອງທ່ຽວ ຂອງ​ສອງ​ປະ​ເທດ ​ກໍ​ຄື ​ພາກ​ພື້ນ ​ແລະ ສາກົນ.
      ທ່ານ ນາຍົກລັດຖະມົນຕີ ຍັງກ່າວຕື່ມ​ວ່າ: ດ່ານ​ດັ່ງກ່າວ, ​ຈະ​ເປັນ​ເສັ້ນທາງ​ເຊື່ອມ​ຕໍ່​ ລະຫວ່າງ​ແຂວງ​ຈຳປາ​ສັກ ກັບ​ແຂວງ​ຊຽງ​ແຕງ ​ແລະ ບັນດາ​ແຂວງຕ່າງໆ ​ຂອງຣາຊະ​ອານາຈັກ​ ກຳປູ​ເຈຍ ​ເຊິ່ງຈະ​ຊ່ວຍ​ ອຳນວຍ​ຄວາມ​ສະດວກ ​ໃນ​ການ​ຄ້າຂາຍ ຢູ່​ຕາມ​ບໍລິ​ເວນ​ຊາຍ​ແດນ, ສົ່ງ​ເສີມ​ການທ່ອງທ່ຽວ​ ຂອງ​ແຂວງ​ຈຳປາ​ສັກ ​ແລະ ການ​ລົງທຶນ ​ໃນ​ຂົງ​ເຂດ​ຕ່າງໆ ທີ່​ແຂວງ​ມີ​ທ່າ​ແຮງ ​ເຊິ່ງຈະ​ເປັນ​ການ ​ປະກ​ອບສ່ວນ​ອັນ​ສຳຄັນ​ ເຂົ້າ​ໃນ​ການ​ພັດທະນາ​ ເສດຖະກິດ-ສັງຄົມ ຂອງ​ແຂ​ວງຈຳປາ​ສັກ ​ໃຫ້​ມີ​ຜົນສຳ​ເລັດ​ຕົວ​ຈິງ ​ແລະ ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ ຂອງ​ປະຊາຊົນ​ນັບ​ມື້​ດີ​ຂຶ້ນ​ ເທື່ອ​ລະ​ກ້າວ. ນອກ​ນີ້, ຍັງ​ຈະ​ຊ່ວຍ​ຮັດ​ແໜ້ນ​ ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລະຫວ່າງ ​ສອງ​ປະ​ເທດ ລາວ-ກຳປູ​ເຈ​ຍ ​ໂດຍ​ສະ​ເພາະ​ ແຂວງ​ຈຳປາ​ສັກ ​ແລະ ​ແຂວງ​ຊຽງ​ແຕງ ເຊິ່ງຈະປະກອບ​ສ່ວນ​ເຂົ້າ​ໃນ​ ການ​ສົ່ງ​ເສີມ​ມູນ​ຄ່າ​ການ​ຄ້າ ​ແລະ ການ​ໄປມາຫາສູ່​ກັນ ​ຂອງ​ນັກ​ທ່ອງທ່ຽວ ກໍ​ຄື​ປະຊາຊົນ​ສອງ​ຊາດ ຢູ່​ຕາມ​ບໍລິ​ເວນ​ຊາຍ​ແດນ ລາວ-ກຳປູ​ເຈຍ ​ໃຫ້​ມີ​ຈຳນວນ​ເພີ່ມ​ຂຶ້ນ, ທັງ​ມີ​ຄວາມ​ສະດວກ, ວ່ອງ​ໄວ, ຂະຫຍາຍຕົວ ​ແລະ ​ເປັນ​ລະບົບ​ຍິ່ງໆ​ຂຶ້ນ. ພ້ອມນີ້ ຍັງ​ຈະ​ປະ​ກອບ​ສ່ວນ​ອັນ​ສຳຄັນ ​ເຂົ້າ​​ໃນ​ການ​ເຊື່ອມ​ໂຍງ​ພາຍ​ໃນ​ພາກ​ພື້ນ, ສົ່ງ​ເສີມ​ການ​ເຊື່ອມ​ຈ​ອດ ກັບ​ແລວ​ທາງ​ເສດຖະກິດ​ ຕາ​ເວັນ​ອອກ-ຕາ​ເວັນ​ຕົກ ອັນ​ຈະ​ເປັນ​ການ ​ປະກອບ​ສ່ວນ​ເຂົ້າ​ໃນ ​ການ​ປະຕິບັດ​ສັນຍາ​ວ່າ​ດ້ວຍ​ ການ​ສົ່ງ​ເສີມ ​ແລະ ອຳນວຍ​ຄວາມ​ສະດວກ ​ດ້ານ​ການ​ຄ້າ ຢູ່​ເຂດ​ສາມຫລ່ຽມ​ພັດທະນາ ກຳປູ​ເຈຍ-ລາວ-ຫວຽດນາມ ກໍ​ຄື​ການ​ເຊື່ອມ​ຈອດ​ອາ​ຊຽນ ​ແລະ ພາກ​ພື້ນ​./.

ຂ່າວ/ບົດ​ອື່ນ