ລາວຈັດຕັ້ງກອງປະຊຸມສຳມະນາເຊື່ອມຕໍ່ອາຊຽນຄັ້ງທີ7

ລາວຈັດຕັ້ງກອງປະຊຸມສຳມະນາເຊື່ອມຕໍ່ອາຊຽນຄັ້ງທີ7 - ảnh 1
ກອງປະຊຸມສຳມະນາເຊື່ອມຕໍ່ອາຊຽນຄັ້ງທີ7

(vovworld)- ບັນ​ດາ​ຜູ້​ຕາງ​ໜ້າ​ ຂອງ​ສະ​ມາ​ຄົມ​ປະ​ຊາດ​ອາ​ຊີຕາ​ເວ​ັນ​ອອກ​​ສ່ຽງ​ໃຕ້ (ອາ​ຊຽນ) ​​ໄດ້ປະ​ຊຸມ​ທີ່​ວຽງ​ຈັນ (ລາວ) ໃນ​ວັນ​ທີ 20/10, ເພື່ອ​ປຶກ​ສາ​ຫາ​ລື​ເລື່ອງ​ປະ​ຕິ​ບັດ​ແຜນ​ການ​ສັງ​ລວມ ​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ອາ​ຊຽນ 2025. ກ່​າວ​ຄວາມ​ເຫັນ​ທີກອງປະ​ຊຸມ​ສຳ​ມະ​ນາ​ເຊື່ອມ​ຕໍ່​ອາ​ຊຽນ ​ຄັ້ງ​ທີ 7, ທ່ານ ທອງ​ຜ່ານ ສະ​ຫວັນ​ເພັດ ຮອງ​ລັດ​ຖ​ະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໃຫ້​ຮູ້​ວ່າ: ການ​ສົບ​ທົບ​ກັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ ລະ​ຫວ່າງ​ ​ບັນ​ດາອົງ​ການ​ປະ​ສານ​ງານ ແລະ ​ປະ​ຕິ​ບັດ, ​ບັນ​ດາ​ລັດ​ຖະ​ບານ​ ທ້ອງ​ຖິ່ນ ແລະ ​ພາກ​ພື້ນ, ບັນ​ດາ​ຂົງ​ເຂດ​ລັດ-ເອ​ກະ​ຊົນ ແລະ ກັບ​ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື ແລະ ບັນ​ດາ​​ຜູ້​ຖື​ຫຸ້ນ​ມີບົດ​ບາດ​ສຳ​ຄັນ ໃນ​ການ​ປະ​ຕິ​ບັດ ສຳ​ເລັດ ​ ​ແຜນ​ການ​ສັງ​ລວ​ມ ກ່ຽວ​ກັບ​ການ​ເຊ​ື່ອມ​ຕໍ່​ອາ​ຊຽນ 2025, ​ມຸ່ງ​ໄປ​ເຖິງ​​​ການຫັນວິ​ໄສ​ທັດ ປະ​ຊາ​ຄົມ​ອາ​ຊຽນ 2025 ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.  ຕາມ ທ່ານ ​ທອງ​ຜ່ານ ສະ​ຫວັນ​ເພັດ ແລ້ວ, ຄວນ​ເພີ່ມ​ທະ​ວີ​ບັນ​ດາ​ໂອ​ກາດ​​ທີ່​ຍົກ​ອອກ​ມາ ໃນ 5 ຂົງ​ເຂດ​ຍຸດ​ທະ​ສາດ​ ຕາມ​ແຜນ​ການ​ສັງ​ລວມ​ໃໝ່, ປະ​ກອບ​ມີ: ​ພື້ນ​ຖານ​ໂຄງ​ລ່າງ​ແບບ​ຍືນ​ຍົງ, ​ດັດ​ແປງ​ດ້ານ​ດິ​ຈິ​ຕ່ອນ, ​ພະ​ລາ​ທິ​ການ ແລະ ລະ​ດົມ​ປະ​ຊາ​ຊົນ.

        ​ໂດຍ​ໄດ້​ຮັບ​ການ ຮັບ​ຮອງ​ເອົາ​​ຈາກ​ການ​ນຳ​ອາ​ຊຽນ ໃນ​ຕົ້ນ​ປີ 2016, ແຜນ​ການ​ສັງ​ລວມ ​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ອາ​ຊຽນ 2025 ​ເພື່ອແນ​ໃສ່​ປະ​ຕິ​ບັດ ອາ​ຊຽນ ແຫ່ງ​ການເຊື່ອມ​ໂຍ​ງ, ເຊື່ອມ​ຕໍ່​ຮອບ​ດ້ານ ແລະ ຕໍ່​ເນື່ອງ, ​ປະ​ກອບ​ສ່ວນປັບ​ປຸງພື້ນ​ຖານ​ໂຄງ​ລ່າງ​, ເຕັກ​ໂນ​ໂລ​ຢີກ້າວ​ໜ້າ, ຫຼຸດ​ລາຍ​ຈ່າຍ​ສາຍ​ສົ່ງ​ ສະ​ໜອງ ແລະ ສ້າງ​ເງື່ອນ​ໄຂ​ການໄປ-​ມາ​ ໃຫ້​ແກ່​​ປະ​ຊາ​​ຊົນຄົນ​ໃນ​ອາ​ຊຽນ.


ຂ່າວ/ບົດ​ອື່ນ