ລາວຕັ້ງໜ້າກະກຽມເປັນປະທານຜັດປ່ຽນຂອງອາຊຽນ

ລາວຕັ້ງໜ້າກະກຽມເປັນປະທານຜັດປ່ຽນຂອງອາຊຽນ - ảnh 1
ທ່ານ ທອງ​ລູນ ສີ​ສຸ​ລິດ
(ພາບ​ປະ​ກອບ)

(vovworld) – ທ່ານ ທອງ​ລູນ ສີ​ສຸ​ລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ ລາວ, ​ທັງ​ເປັນ​ຮອງ​ປະທານຜູ້​ປະຈຳການ​ຄະນະ​ກຳມະການແຫ່ງ​ຊາດ​ຮັບຜິດຊອບ​ວຽກ​ງານ​ກະກຽມ​ໃຫ້​ແກ່ວຽກ​ງານ​ເປັນ​ເຈົ້າພາບຈັດ​ຕັ້ງ ​ແລະ ​ເປັນ​​ປະທານ ອາ​ຊຽນ ຂອງ ລາວ ​ໃນ​ປີ 2016 ​​ເປັນ​ປະທານ​ການປະ​ຊຸມ​ປຶກ​ສາ​ຫາລືກ່ຽວ​ກັບ​​​ວຽກງານກະກຽມ​ໃຫ້​ແກ່​​ເຫດການ​ນີ້. ​ເຂົ້າ​ຮ່ວມ​ວາລະປະ​ຊຸມ​ໃນວັນ​ທີ 4/5 ຢູ່​ນະ​ຄອງ​ຫຼວງ ວຽງ​ຈັນ, ມີຜູ້​ຕາງ​ໜ້າ 13 ອະນຸ​ກຳມະການ​ຮັບຜິດຊອບວຽກ​ງານ​ກະກຽມ​ເປັນ​ປະ​ເທດເຈົ້າພາບຈັດ​ຕັ້ງ ​ແລະ ​ເປັນ​ປະທານ ອາ​ຊຽນ ຂອງ ລາວ ​ໃນ​ປີ 2016. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານຮອງ​ນາ​ຍົກ​ລັດຖະທົນ​ຕີ ທອງ​ລູນ ສີ​ສຸ​ລິດ ຮຽກຮ້ອງ​​ໃຫ້​ບັນດາ​ອະນຸ​ກຳມະການ​ສຸມ​ໃສ່​ທຸກໆຄວາມມານະ​ພະຍາຍາມ ​ເພື່ອສ້າງ​ແຜນການ​ໃຫ້​ແກ່​ການຈັດ​ຕັ້ງ​ເຫດການນີ້ຢ່າງ​ລະອຽດ​ທີ່​ສູດ ກ່ອນ​ທີ່​ລາຍງານ​ບັນຫາ​ນີ້​ຕໍ່ຄະນະ​ກຳມະການ​ແຫ່ງ​ຊາດ. ທີ່ກອງ​ປະ​ຊຸ​ມຂັ້ນ​ສູງອາ​ຊຽນ ຄັ້ງ​ທີ 26 ຢູ່​ປະ​ເທດ ມາ​ເລ​ເຊຍ, ວັນ​ທີ 27/4, ທ່ານ​ນາຍົກລັດຖະມົນຕີ ລາວ ທອງສິງ ທຳ​ມາ​ວົງ ​ໄດ້​ສະ​ເໜີວ່າ: ລາວ ຈະ​ຈັດ​ຕັ້ງກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ 2 ຄັ້ງ​ຢ່າງ​ລຽນຕິດ​ໃນ​ເດືອນ 11/2016 ​ແລະ ກາ​ນນຳ​ບັນດາ​ປະ​ເທດ ອາ​ຊຽນ ​ໄດ້​ສະ​ໜັບສະ​ໜູນ​ຂໍ້​ສະ​ເໜີ​ນີ້.


ຂ່າວ/ບົດ​ອື່ນ