ລາວຕີລາຄາສູງບົດຮຽນຂອງຫວຽດນາມໃນການຄຸ້ມຄອງດ້ານການເງິນ

ລາວຕີລາຄາສູງບົດຮຽນຂອງຫວຽດນາມໃນການຄຸ້ມຄອງດ້ານການເງິນ - ảnh 1
ພາບປະກອບ

(vovworld)​ ​- ​ ໃນຂອບເຂດການຢ້ຽມຢາມ, ເຮັດວຽກຢູ່ຫວຽດນາມ ແຕ່ວັນທີ 5-10/10, ຕອນບ່າຍວັນທີ 6/10 ທີ່ສຳນັກງານກະຊວງການເງິນ, ຄະນະຜູ້ແທນຂັ້ນສູງລັດຖະບານລາວ ໂດຍທ່ານກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີລາວ ບຸນປອນ ບຸດຕະນະວົງ ນຳໜ້າຄະນະ, ໄດ້ເຮັດວຽກ ກັບຄະນະກະຊວງການເງິນຫວຽດນາມ.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີລາວ ບຸນປອນ ບຸດຕະນະວົງ ຕີລາຄາສູງບັນດາຜົນງານໃນການພັດທະນາເສດຖະກິດ ຂອງ ຫວຽດນາມ ໃນຊຸມເດືອນຕົ້ນປີ 2014, ຖືວ່າພື້ນຖານເສດຖະກິດ, ການເງິນ ຂອງ 2 ປະເທດ ມີຫຼາຍຈຸດທີ່ຄ້າຍຄືກັນ, ສະນັ້ນ ບັນດາບົດຮຽນຂອງ ຫວຽດນາມ ແມ່ນບົດຮຽນທີ່ລາວສາມາດນຳໃຊ້ໄດ້.

        ໃນການປະຕິບັດຕົວຈິງ, ລາວກໍ່ມີຄວາມມານະພະຍາຍາມທີ່ສຸດໃນຂົງ ເຂດຄຸ້ມຄອງການເງິນ, ງົບປະມານ, ແຕ່ຍັງມີຫຼາຍບັນຫາ ແລະ ສິ່ງທ້າທາຍຫຼາຍຢ່າງຢູ່. ລາວຕີລາຄາສູງບັນດາຄວາມມານະພະຍາຍາມ ຂອງຂະແໜງການເງິນຫວຽດນາມ ເວົ້າສະເພາະ, ລັດຖະບານ ຫວຽດນາມ ເວົ້າລວມ ກ່ຽວກັບຄວາມໝັ້ນຄົງດ້ານເສດຖະກິດມະຫາພາກ ແລະ ປາດຖະໜາວ່າ ຫວຽດນາມຈະແບ່ງປັນບົດຮຽນໃນຂົງເຂດນີ້. ພັກ, ລັດ ແລະ ປະຊາຊົນລາວ ຍາມໃດກໍ່ຮັບຮູ້ການໜູນຊ່ວຍດ້ານການເງິນ, ແຫຼ່ງທຶນກູ້ຢືມ ຂອງຫວຽດນາມ ໃຫ້ລາວ ແລະ ໝາກຜົນການຮ່ວມມື ລະຫວ່າງ 2 ກະຊວງການເງິນ ໄດ້ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືຮອບດ້ານ ຫວຽດນາມ-ລາວ.

        ທ່ານລັດຖະມົນຕີກະຊວງການເງິນຫວຽດນາມ ດິງຕ໋ຽນຢຸ້ງ ໄດ້ແນະນຳ ກ່ຽວກັບສະພາບເສດຖະກິດຫວຽດນາມ 9 ເດືອນຕົ້ນປີ 2014, ແບ່ງປັນບັນດາບົດຮຽນຂອງຫວຽດນາມ ໃນຂົງເຂດຄຸ້ມຄອງການເງິນ, ເງິນຕາ, ສວຍສາອາກອນ. ທ່ານລັດຖະມົນຕີ ດິງຕ໋ຽນຢຸ້ງ ຢັ້ງຢືນວ່າ: ຫວຽດນາມ ພ້ອມແລ້ວທີ່ຈະສົ່ງບັນດານັກຊ່ຽວຊານດ້ານການເງິນ ໄປລາວ ເພື່ອໃຫ້ຊ່ວຍເຫຼືອລາວຜ່ານຜ່າບັນດາຄວາມຫຍຸ້ງຍາກໃນປະຈຸບັນ,ພ້ອມທັງສືບຕໍ່ຜັນຂະຫຍາຍບັນດາ ຂໍ້ຕົກລົງທີ່ໄດ້ລົງນາມຢ່າງແຮງ, ປະຕິບັດແຫຼ່ງການເງິນ ຮ່ວມມືລະຫວ່າງຫວຽດນາມ ແລະ ລາວ ໃຫ້ມີປະສິດທິຜົນ.

        ເປັນທີ່ຮັບຮູ້ນຳກັນແລ້ວວ່າ, ໃນໄລຍະຜ່ານມາພະນັກງານການເງິນ 2 ປະເທດຫວຽດນາມ-ລາວ ໄດ້ພ້ອມກັນແລກປ່ຽນບົດຮຽນ ນັບດ້ານທັງທິດສະດີ ແລະ ພຶດຕິກຳຕົວຈິງ  ເພື່ອປະກອບສ່ວນປັບປຸງຄວາມສາມາດໃນການຄຸ້ມຄອງ ດ້ານການເງິນຂອງລາວ ເທື່ອລະກ້າວ.

 


ຂ່າວ/ບົດ​ອື່ນ