ລາວສະໜັບສະໜູນການແກ້ໄຂບັນຫາຢູ່ທະເລຕາເວັນອອກໂດຍສັນຕິວິທີ

ລາວສະໜັບສະໜູນການແກ້ໄຂບັນຫາຢູ່ທະເລຕາເວັນອອກໂດຍສັນຕິວິທີ - ảnh 1
(ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ ບຸນ​ແນມ ເຈືອງ​ຫອມ)

(vovworld) - ​ວັນ​ທີ 16/07, ທີ່​ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ, ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ ໄດ້​ຈັດ​ການປະ​ຊຸມ​ຂ່າວ, ໃນ​ນັ້ນ​, ນອກ​ຈາກແຈ້ງ​ຂ່າວ​ກ່ຽວ​ກັບ​ວຽກ​ງານ​ກະ​ກ​ຽມ​ໃຫ້​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ ຄັ້ງ​ທີ 49 ແລະ ບັນ​ດາ​ກອງ​ປ​ະ​ຊຸມ​ທີ່​ກ່ຽວ​ຂ້ອງ​ແລ້ວ, ຝ່າຍ​ລາວ ຍັງ​ປະ​ກ​າດ​ທັດ​ສະ​ນະ​ຂອງ​ປະ​ເທດ​ນີ້​ກ່​ຽ​ວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ອີກ​ດ້ວຍ. ກອງ​ປະ​ຊຸມ​ຂ່າວ​ສະ​ຫງວນ​ສະ​ເພາະ​ໃຫ້​ນັ​ກ​ຂ່າວ​ພາຍ​ໃນ​ປະ​ເທດ, ເມື່ອ​ຕອບ​​ຄຳ​ຖາມ​ຕໍ່​ນັກ​ຂ່າວ​ລາວ​ຄົນ​ໜຶ່ງ ກ່ຽວ​ກັບ​ທັດ​ສະ​ນະ​ຂອງ​ລາວ ສຳ​ລັບ​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ ບຸນ​ແນມ ເຈືອງ​ຫອມ ໃຫ້​ຮູ້​ວ່າ “ລາວ​ໄດ້​ຕິດ​ຕາມ​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ໃກ້​ຊິດເພາະ​ນີ້​ແມ່ນ​ເຂດ​ທີ່​ສຳ​ຄັນ ແລະ ​ສະດຸ້ງ​ໄວ. ລາວ ​ມີ​ຄວາມ​ເພິງ​ພ​ໍ​ໃຈ​ເມື່ອ​ເຫັນ​ວ່າ ​ບັນ​ດາ​ຄວາມ​ຄືບ​ໜ້າ​ບັ​ນ​ລຸ​ໄດ້​ໃນການ​ຈັດ​ຕັ້ງ ແລະ ປະ​ຕິ​ບັດຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ລວ​ມ​ທັງ​ການ​​ການ​ທາບ​ທາ​ມ​ຄວາມ​ເຫັນກ່ຽວ​ກັບ​ກົດ​ແຫ່ງ​ການ​ປະ​ພຶດ (COC) ແລະ ເນັ້ນ​ໜັກ​ເຖິ​ງ​ຄວາມ​ສຳ​ຄັນ​ຂອງ​ເລື່ອງ​ສືບ​ຕໍ່​ຊຸກ​ຍູ້​ວິ​ວັດ​ການ​ດັ່ງ​ກ່າວ. ລາວ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽ​ວ​ຂ້ອງ ສືບ​ຕໍ່​ມ​ີ​ຄວາມ​ອົດ​ກັ້​ນ​ ແລະ ປຶກ​ສາ​ຫາ​ລື ເພື່ອ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ”. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ລາວ ສະ​ແດ​ງ​ທັ​ດ​ສະ​ນະ​ຂອງ​ຕົນ​ກ່ຽວ​ກັບ​​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ນັບ​ແຕ່​ເມື່ອ​ສານ​ອະ​ນຸ​ຍາ​ໂຕ​ຕ​ຸ​ລາ​ການ (PCA) ຢູ່​ລາ​ໄຮ, ປະ​ເທດ​ໂຮງ​ລັງ ອອກ​ຄຳ​ຕັດ​ສິນ ບໍ່​ຮັບ​ຮູ້ “ເສັ້ນ 9 ຕອນ” ຂອງ​ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ, ພ້ອມ​ທັງ​ປະ​ຕິ​ບັດ​ຄຳ​ຮຽກ​ສິດ​ຂອງ​ຈີນ ກ່ຽວ​ກັບ “​ບັນ​ດາສິດ​ປະ​ຫວັດ​ສາດ” ຢູ່​ເຂດ​ທະ​ເລນີ້.

ຂ່າວ/ບົດ​ອື່ນ