ລາວ:ຮັບເອົາຄຳເຫັນໃສ່ ຮ່າງລັດຖະທຳມະນູນ ປີ 2003 ສະບັບປັບປຸງ


ລາວ:ຮັບເອົາຄຳເຫັນໃສ່ ຮ່າງລັດຖະທຳມະນູນ ປີ 2003 ສະບັບປັບປຸງ  - ảnh 1
(
ພາບປະກອບ: hoangsontourism.vn)

 (vovworld) –​​​​​​​​​ໃນ​ທີ 20-21/10, ຢູ່ສຳນັກ​ງານຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ທີ່​ນະຄອນຫຼວງ​ວຽງ​ຈັນ, ​ໂດ​ຍພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ​ລາວ, ຄະນະ​ກຳມະການ​ປັບປຸງ​ລັດຖະທຳ​ມະນູນ​ແຫ່ງ​ຊາດ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ກ່ຽວ​ກັບ​ການ​ຮັບ​ເອົາ​ຄຳ​ເຫັນ​ໃສ່ຮ່າງ​ລັດ​ຖະທຳ​ມະນູນ​ປີ 2003 ສະບັບ​ປັບປຸງ. ກອງ​ປະຊຸມ​ສຳ​ມະ​ນາຄັ້ງນີ້​ເພື່ອ​ແນ​ໃສ່​ຮັບ​​ເອົາ​ຄຳ​ເຫັນ​ປະກອບ​ຈາກ​ການ​ນຳ​​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ໃສ່ຮ່າງລັດ​ຖະທຳ​ມະນູນສະບັບ​ໃໝ່ ​ເພື່ອ​ສອດຄ່ອງ​ກັບ​ໜ້າ​ທີ່​ການ​ເມືອງ​ຂອງ​ປະ​ເທດ​ລາວ​ໃນ​ໄລຍະ​ໃໝ່. ກ່າວ​ຄຳ​ເຫັນ​ທີ່ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ​ລາວ ຢືນຢັນ​ວ່າ: ການ​ປັບປຸງ​ລັດຖະທຳ​ມະນູນ​ຄັ້ງນີ້ ​ເພື່ອ​ແນ​ໃສ່​ປະຕິບັດ​ແນວທາງ, ນະ​ໂຍບາຍ​ຂອງ​ພັກ, ລັດ​ໃຫ້ຖືກຕ້ອງ, ​ໂດຍ​ສະ​ເພາະ​ແມ່ນ​ນຳ​ມະຕິ​ກອງ​ປະຊຸມ​ໃຫ້​ຍຄັ້ງທີ 9 ຂອງ​ພັກ​ເຂົ້າ​ໃນ​ລັດຖະທຳ​ມະນູນ; ປັບປຸງ​ບັນດາ​ຫຼັກການ, ​ເນື້ອ​ໃນ​ໃໝ່​ສຳຄັນ ​ແລ​ະ ປັບປຸງ​ອຳນາດ​ການ​ປົກຄອງ​ແຫ່ງ​ລັດ; ຍົກ​ສູງ​ບົດບາດ ​ແລະ ຄວາມ​ສາມາດ​ນຳພາ​ຂອງ​ພັກ ກໍ່​ຄື​ຍົກ​ສູງ​ຄວາມ​ສາມາດ​ຄຸ້ມ​ຄອງ​ຂອງ​ລັດ​ໃນ​ໄລຍະ​ໃໝ່…​ພ້ອມ​ທັງ​ຮັບປະກັນ​ການ​ນຳ​ໃຊ້​ລັດຖະທຳ​ມະນູນ​ໃນ​ໄລຍະ​ຍາວ​ນານ./.

ຂ່າວ/ບົດ​ອື່ນ