ລາວເປີດກອງປະຊຸມສະໄໝສາມັນຄັ້ງທີ2ຂອງສະພາແຫ່ງຊາດຊຸດທີ8

ລາວເປີດກອງປະຊຸມສະໄໝສາມັນຄັ້ງທີ2ຂອງສະພາແຫ່ງຊາດຊຸດທີ8 - ảnh 1
(ລາວເປີດກອງປະຊຸມສະໄໝສາມັນຄັ້ງທີ2
ຂອງສະພາແຫ່ງຊາດຊຸດທີ8)

(vovworld)- ໃນ​ຕອນ​ເຊົ້າ​ ວັນ​ທີ 24/10, ຢູ່​ນະ​ຄອນຫຼວງວຽງ​ຈັນ, ປະ​ເທດ​ລາວ ​ໄດ້ເປີດກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ ​ຄັ້ງ​ທີ 2, ສະ​ພາ​ແຫ່ງ​ຊາດ​ລາວ ​ຊຸດ​ທີ 8. ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ນີ້ໄດ້​ປຶກ​ສາ​ຫາ​ລື ແລະ ຮັບ​ຮອງ​ເອົ​າ​ບົດ​ລາຍ​ງານ ​ຂອງ​ລັດ​ຖະ​ບານ ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ; ແຜນ​ນະ​​ງົບ​ປະ​ມານ, ນະ​ໂຍ​ບາຍ​ເງິນ​ຕາ ປີ 2015-2016 ແລະ ແຜນ​ການ ​ປີ 2016-2017; ປຶກ​ສາ​ຫາ​ລື ແລະ ຮັບ​ຮອງ​ເອົາ​ບົດ​ລາຍ​ງານ ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ເຄື່ອນ​ໄຫ​ວ 6 ເດືອນ​ທ້າຍ ​ປີ 2016 ແລະ ແຜນ​ການ​ເຄື່ອນ​ໄຫວ ​ປີ 2017 ຂອງ​ສະ​ພາ​ແຫ່ງ​ຊາດ​ ຊຸດ​ທີ 8. ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ນີ້, ​ມີຫຼາຍ​ເນື້ອ​ໃນ​ສຳ​ຄັນ​ອື່ນ ກໍ່​ຈະ​ໄດ້​ຮັບ​ການ​ປຶກ​ສາ​ຫາ​ລື ແລະ ຮັບ​ຮອງ​ເອົາ ເຊັ່ນ: ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງຊາດ ​ແຂວງສະ​ຫວັນ​ນະ​ເຂດ; ບົດ​ລາຍ​ງານ​ການ​ເຄື່ອນ​ໄຫວ ໄລ​ຍະ 5 ປີ 2011-2015, ການ​ເຄື່ອນ​ໄຫວ ​ປີ 2015-2016 ແລະ ທິດ​ທາງ​ແຜນ​ການ​ເຄື່ອນ​ໄຫວໄລ​ຍະ 5 ປີ 2016-2020 ຂອງ​ລັດ​ຖະ​ບານ.

        ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ ຄັ້ງ​ທີ 2, ຂອງ​ສະ​ພາ​ແຫ່ງ​ຊາດ​ລາວ ​ຊຸດ​ທີ 8 ​ຈະດຳ​ເນີນໃນ​ລະ​ຫວ່າງ ວັນທີ 24/10-18/11/2016.

ຂ່າວ/ບົດ​ອື່ນ