ວົງການນັກວິຈິດຕະກອນຫວຽດນາມມຸ່ງໄປສູ່ເຂດທະເລໝູ່ເກາະຂອງປະເທດຊາດ

 ວົງການນັກວິຈິດຕະກອນຫວຽດນາມມຸ່ງໄປສູ່ເຂດທະເລໝູ່ເກາະຂອງປະເທດຊາດ - ảnh 1
ງານ​ວາງສະ​ແດງວິຈິດຕະກຳກ່ຽວກັບຫົວເລື່ອງ“ ອະທິປະໄຕ ເຂດທະເລໝູ່ເກາະ ຂອງຫວຽດນາມ”

(vovworld)- ງານ​ວາງສະ​ແດງວິຈິດຕະກຳກ່ຽວກັບຫົວເລື່ອງ“ ອະທິປະໄຕ ເຂດທະເລໝູ່ເກາະ ຂອງຫວຽດນາມ” ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 18/6 ຢູ່ຮ່າໂນ້ຍ. ມີຮູບແຕ້ມ, ຮູບແກະຄວັດສະຫຼັກ, ຮູບ​ປະຕິມາ​ກຳ 55 ຢ່າງ​ຂອງ​ນັກ​ຈິດຕະກອນ, ນັກ​ປະຕິມາກອນ​ຫວຽດນາມ​ 50 ຄົນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ, ສະ​ແດງ​ນ້ຳ​ໃຈ​ຮັກ​ຊາດ, ​ແມ່ນ​ສານ​ສ່ົງ​ເຖິງ​ປະຊາຊົນ​ທົ່ວ​ປະ​ເທດ ​ແລະ ​ເພື່ອນ​ມິດຜູ້​ຮັກຫອມ​ສັນຕິພາບ​ໃນ​ໂລກ, ຢັ້ງຢືນ​ກຳລັງ​ແຮງ​ແຫ່ງ​ມະຫາ​ສາມັກຄີ​ທັງ​ຊາດ​ຂອງ​ປະຊາຊົນ​ຫວຽດນາມ, ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່ 2 ຫມູ່​ເກາະ ​ເຈືອງ​ຊາ ​ແລະ ຮ່ວາງ​ຊາ. ນັກ​ຈິດຕະກອນ ຫງວຽນ​ແທ່ງ​ເຈືອງ ​ເປີດ​ເຜີຍ​ວ່າ : 

   “ ຂ້າພະ​ເຈົ້າ​ຄິດວ່າ ຊາວ​ຫວຽດນາມ​ແຕ່ລະຄົນ​ຕ່າງ​ກໍ​ມີ​ວິທີ​ການສະ​ແດງ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ ອະທິປະ​ໄຕ​ຂອງ​ປະ​ເທດຫວຽດນາມ. ພວກ​ຂ້າພະ​ເຈົ້າ​ໃຊ້​ປາກກາ​ເພື່ອ ສະ​ແດງ​ນ້ຳ​ໃຈ​ຮັກ​ຊາດ ກໍ​ຄື​ການ​ຄັດຄ້ານ​ຈີນ. ພວກ​ຂ້າພະ​ເຈົ້າ​ຮຽກຮ້ອງ​ຈີນ​ຈົ່ງ​ຖອນ​ຮ້ານ​ເຈາະ​ນ້ຳມັນ​ຢ່າ​ງບໍ່​ມີ​ເງື່ອນ​ໄຂ​ອອກ​ຈາກ​ເຂດ​ນ່ານທະ​ເລ​ຂອງ​ຫວຽດນາມ. ຊາດ​ຫວຽດນາມ​ຍາມ​ໃດ​ກໍ​ຮັກຫອມ​ສັນຕິພາບ ​ແລະ ບໍ່​ຢາກ​ເກີດ​ສົງຄາມ ​ແຕ່​ບໍ່​ມີ​ວັນ​ທີ່​ຈະ​ຍອມ​ຈຳນົນ” 

ຂ່າວ/ບົດ​ອື່ນ