ວົງການວິສາຫະກິດ G20 ໃຫ້ຄຳໝັ້ນສັນຍາປົກປ້ອງການຄ້າເສລີ

(VOVWORLD) - ໃນລະຫວ່າງວັນທີ 04 – 05 ຕຸລາ, ເວທີປາໄສວິສາຫະກິດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ທີ່ດຳເນີນໄປຢູ່ນະຄອນຫລວງ Buenos Aires ປະເທດ ອາກຊັງຕິນ. 

ເວທີປາໄສໄດ້ປຶກສາຫາລືບັນດາມາດຕະການປົກປ້ອງການຄ້າເສລີ, ຄັດຄ້ານລັດທິອາລັກຂາ, ພ້ອມທັງຮຽກຮ້ອງບັນດາປະທດທັງໝົດບັນລຸໄດ້ຄວາມເຫັນດີເຫັນພ້ອມເພື່ອການເຊື່ອມໂຍງເຂົ້າກັບເສດຖະກິດທີ່ເຕີບໂຫຍ່ເຂັ້ມແຂງກ່ວາ.

       ກ່າວຄຳເຫັນທີ່ວາລະໄຂເວທີປາໄສ, ທ່ານ Marcos Pena ຫົວໜ້າຫ້ອງວ່າການຄະນະລັດຖະບານ ອາກຊັງຕິນ ໄດ້ຕີລາຄາສະພາບການເສດຖະກິດສາກົນວ່າ ມີການຜັນແປຫລາຍຢ່າງໃນຊຸມປີຜ່ານມາ. ໂລກາພິວັດໄດສ້າງສິ່ງທ້າທາຍຫລາຍຢ່າງໃຫ້ແກ່ໂລກ. ເຖິງຢ່າງໃດກໍ່ຕາມ, ບັນດາປະເທດສ່ວນຫລາຍລ້ວນແຕ່ເຊື່ອໝັ້ນຕໍ່ເສັ້ນທາງແຫ່ງການເຊື່ອມໂຍງ ແລະ ບັນດາຂໍ້ຕົກລົງສາກົນ ເພື່ອບັນລຸໄດ້ການພັດທະນາແບບຍືນຍົງຍາວນານ.

ຕອບກັບ

ຂ່າວ/ບົດ​ອື່ນ