ວົງການເຈົ້າຫນ້າທີ່ອາເມລິກາເລັ່ງລັດທຳນຽບຂາວປະເຊີນຫນ້າກັບIS

ວົງການເຈົ້າຫນ້າທີ່ອາເມລິກາເລັ່ງລັດທຳນຽບຂາວປະເຊີນຫນ້າກັບIS - ảnh 1
ກຳລັງກະບົດ IS
photo:tamnhin.net


(vovworld)- ຕໍ່​ຫນ້າ​​ສະພາບ​ການ​ທີ່ ລັດ​ອິດສະ​ລາມ​ຂະຫນານນາມ​ເອງ IS ​ໄດ້​ກາຍ​ເປັນ​ໄພ​ນາບ​ຂູ່​​ເຖິງ​ຄວາມ​ສະຫງົບ​ບໍ່​ພຽງ​ແຕ່​ສຳລັບ​ ອາ​ເມ​ລິ​ກາ ​ເທົ່າ​ນັ້ນ ຫາກ​ຍັງ​ຕໍ່ຫລາຍປະ​ເທດ​ອື່ນ​ອີກ​ດ້ວຍ, ວັນ​ທີ 31/8, ການ​ນຳ​ສະພາ​ສູງ ​ແລະ ສະພາ​ຕຳ່ ອາ​ເມ​ລິ​ກາ ​ໄດ້​ອອກສຽງ​ເລັ່ງລັດ ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ຈົ່ງ​ຜັນ​ຂະຫຍາຍ​ການ​ກະທຳ​ຢ່າງ​ວ່ອງ​ໄວ ​ເພື່ອ​ປະ​ເຊີນ​ຫນ້າ​ກັບ​ໄພ​ນາບ​ຂູ່​ດັ່ງກ່າວ. ​ໃນ​ຂະນະ​ນັ້ນ ປະທານ​ຄະນະ​ກຳມະການ​ສືບລາຊະການ​ລັບ ຂອງ​ສະພາ​ສູງ ອາ​ເມ​ລິ​ກາ, ທ່ານ Diane Feinstein ຖື​ວ່າ: ທຳນຽບຂາວ ຄວນ​ຜັນ​ຂະຫຍາຍ​ການ​ກະທຳ​ລະອຽດ ​ເພື່ອ​ປະ​ເຊີນ​ຫນ້າ​ກັບ IS. ສ່ວນ​ທ່ານ John Mc Cain, ສະມາ​ຊິກພັກສາ​ທາ​ລະນະ​ລັດ ​ໄດ້​ຮັບ​ຮູ້​ວ່າ: IS ພວມ​ກາຍ​ເປັນ​ໄພ​ນາບ​ຂູ່​ໂດຍ​ກົງ​ເຖິງ ອາ​ເມ​ລິ​ກາ ​ແລະ ທຳ​ນຽບຂາວ ຄວນ​ມີ​ມາດ​ຕະການ​ຢ່າງ​ວ່ອງ​ໄວ ​ເພື່ອ​ຕີ​ໃຫ້​ອົງການ​ນີ້​ຖືກ​ປະລາ​ໄຊ ​ຂະນະ​ທີ່ IS ພວມ​ຄວບຄຸມ 1/3 ​ເຂດ​ດິນ​ແດນ ອີຣັກ.

 

 

 

ຂ່າວ/ບົດ​ອື່ນ