ວົງການເຈົ້າໜ້າທີ່ ລັດເຊຍ ແລະ ສປປ.ເກົາຫຼີ ປຶກສາຫາລືກ່ຽວກັບການພົບປະຂັ້ນສຸດຍອດ

(VOVWORLD) - ວັນທີ 18 ກໍລະກົດ, ສຳນັກຂ່າວສານ RIA ໄດ້ຄັດສະເໜີຄຳເວົ້າຂອງທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ສປປ.ເກົາຫຼີ Alexander Matsegora ໂດຍໃຫ້ຮູ້ວ່າ

ວົງການເຈົ້າໜ້າທີ່ 2 ປະເທດ ພວມປຶກສາຫາລືກ່ຽວກັບການພົບປະສຸດຍອດລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ການນຳ ສປປ.ເກົາຫຼີ Kim Jong-un.

        ໃນເດືອນກ່ອນ, ວັງ Kremlin ປະກາດວ່າ ມົດສະກູ ໄດ້ເຊີນການນຳ ສປປ.ເກົາຫຼີ Kim Jong-un ໄປຢ້ຽມຢາມ ລັດເຊຍ, ພ້ອມທັງໃຫ້ຮູ້ວ່າ: ທ່ານ Kim Jong-un ອາດຈະປະຕິບັດການຢ້ຽມຢາມໃນຂອບເຂດເວທີປາໄສເສດຖະກິດຝ່າຍຕາເວັນອອກ ຄາດວ່າຈະດຳເນີນຢູ່ນະຄອນ Vladivostok ຂຶ້ນກັບເຂດຕາເວັນອອກໄກໃນເດືອນ ກັນຍາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ