ວິຈິດສິນຫວຽດນາມຕ້ອນຮັບບຸນເຕັດດ້ວຍງານວາງສະແດງ “ບັນດາຖະໜົນຫົນທາງຂອງປະເທດຊາດ”

ວິຈິດສິນຫວຽດນາມຕ້ອນຮັບບຸນເຕັດດ້ວຍງານວາງສະແດງ “ບັນດາຖະໜົນຫົນທາງຂອງປະເທດຊາດ” - ảnh 1
ງານວາງສະແດງ “ບັນດາຖະໜົນຫົນທາງຂອງປະເທດຊາດ”
(ພາບ: vietnamplus.vn)

(vovworld) - ​ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ​ປີ​ລະ​ກາ, ​ສະ​ເຫຼີມ​ສະ​ຫຼອງ 87 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ (03/02/1930 – 03/02/2017). ຕອນ​ບ່າຍ​ວັນ​ທີ 23/01, ຫໍ​ພິ​ພິດ​ຕ​ະ​ພັນ​ວິ​ຈິດ​ສິນ​ຫວຽດ​ນາມ ໄດ້​ໄຂ​ງານ​ວາງ​ສະ​ແດງ “ບັນ​ດາຖະ​ໜົນຫົນ​ທາງ​ຂອງປະ​ເທດ​ຊາດ”. ທີ່​ພິ​ທີ, ​ຮອງຜູ້​ອຳ​ນວຍ​ການຫໍ​ພິ​ພິດ​ຕ​ະ​ພັນ​ວິ​ຈິດ​ສິນ​ຫວຽດ​ນາມ ຫວູ​ແອງມິງ ໃຫ້​ຮ​ູ້​ວ່າ: ງານ​ວາງ​ສະ​ແດງ “ບັນ​ດາຖະ​ໜົນຫົນ​ທາງ​ຂອງປະ​ເທດ​ຊາດ” ຄັ້ງ​ນີ້​​ແມ່ນ​ງານ​ວາງ​ສະ​ແດງ​ພິ​ເສດ, ແນະ​ນຳ​ພາບ​ແຕ້ມ 100 ແ​ນ່ນ​ຂອງຈິດ​ຕະ​ກອນ 70 ຄົນ, ໃນ​ນັ້ນ​ມີ​ຈິດ​ຕະ​ກອນທີ່​ມີ​ຊື່​ສຽງ​ຂອງ​ພື້ນ​ຖານ​​ວິ​ຈິດ​ສິນ​ທັນ​ສະ​ໄໝ​ຫວຽດ​ນາມ; ບັນ​ດາ​ຈິດ​ຕ​ະ​ກອນ​ຍາດ​ໄດ້​​ເຊິ່ງ​ແມ່ນລາງວັນ​ໂຮ່​ຈິ​ມິນ, ລາງວັນ​ຂອງ​ລັດ​ກ່ຽວ​ກັບ​ວັນ​ນະ​ຄະ​ດີ​ສິ​ລະ​ປະ… ບັນ​ດາ​ວັດ​ຖຸ​ພັນ​ອັນ​ລ້ຳ​ຄ່າ, ແທດ​ຈິງ ຈະ​ນຳ​ມາ​​ໃຫ້​ຜູ້​ຊົມ​​ຄວາມຮູ້​ສຶກ​ກ່ຽວ​ກັບ​ຄວາມ​ງາມ​, ການ​ດຳ​ລົງ​ຊີ​ວິດ, ມະ​ນຸດ, ທິ​ວ​ທັດ​ທຳ​ມະ​ຊາດ​ໃນທົ່ວ​ທຸກ​ແຖບ​ຖິ່ນ, ​​ສ້າງ​ຄວາມ​​ຮັກ​ຕໍ່​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ​ໃນ​ໝ​ູ່ປະ​ຊາ​ຊົນ​ແຕ່​ລະ​ຄົນ.

ຂ່າວ/ບົດ​ອື່ນ