ວີທີປາໄສກ່ຽວກັບການ ສຶກສາມະຫາວິທະຍາໄລ


ວີທີປາໄສກ່ຽວກັບການ ສຶກສາມະຫາວິທະຍາໄລ - ảnh 1
(ພາບ:
Phương Vy/TTXVN)

(vovworld) – ວັນ​ທີ 18/12, ຢູ່​ຮ່າ​ໂນ້ຍ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ​ໄດ້​ຈັດ​ຕັ້ງ​ເວທີ​ປາ​ໄສ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ໃນ​ການ​ສຶກສາ​ມະຫາວິທະຍາ​ໄລ​ຕາມ​ການ​ກຳ ນົດ​ທິດວິຊາ​ຊີບ​ໜູນ​ໃຊ້​ຢູ່ ຫວຽດນາມ. ​ເວທີ​ປາ​ໄສ​ສຸມ​ໃສ່​ປຶກສາ​ຫາລື 3 ຫົວ​ເລື່ອງ​ຕົ້ນ​ຕໍ່ ​ເຊິ່ງລວມມີ: ສະພາບ​ການ​ສຶກສາ​ມະຫາວິທະຍາ​ໄລ​ຕາມການ​ກຳນົດ​ທິດ​ວິຊາ​ຊີບ​ຢູ່ ຫວຽດນາມ​ໃນ​ປະຈຸ​ບັນ; ການ​ກຳນົດ​ທິດ​ພັດທະນາ​ການ​ສຶກສາມະຫາວິທະ ຍາ​ໄລ ຕາມການ​ກຳນົດ​ທິດ​ວິຊາ​ຊີບ​ເຖິງ​ປີ 2020; ບັນດາ​ມາດຕາ​ການ​ມຸ່ງ​ໄປ​ເຖິງ​ການ​ປະຕິບັດ​ຈຸດໝາຍ​ພັດທະນາ​ການ​ສຶກສາມະຫາວິທະຍາ​ໄລ ຕາມການ​ກຳນົດ​ທິດ​ວິຊາ​ຊີບ​ປີ 2020. ຕາມ​ບັນດາ​ຜູ້​ແທນ ​ແລ້ວ, ​ເພື່ອ​ປະຕິບັດ​ບັນດາ​ໂຄງການ​ສຶກສາ​ຕາມ​ການ​ກຳນົດ​ທິດ​ວິຊາ​ຊີບ​, ​ບັນດາ​ຝ່າຍທີ່​ກ່ຽວຂ້ອງຄື: ​ໂຮງຮຽນ, ຫົວໜ່ວຍ​ນຳ​ໃຊ້​ແຮງ​ງານ, ບັນດາ​ອົງການຈັດ​ຕັ້ງ​ສັງຄົມ… ຕ້ອງ​ມີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກ່ວາ​​ໃນ​ການ​ສ້າງ​ຫຼັກ​ສູດ​ບຳລຸງ​ສ້າງ, ສ້າງ​ສະພາບ​ແວດ​ລ້ອມ​ຝຶກ​ອົບຮົມທີ່​ສະດວກ​ໃຫ້​ແກ່​ນັກ​ສຶກສາ.

ຂ່າວ/ບົດ​ອື່ນ