ວິທະຍຸກະຈາຍສຽງ ຫວຽດນາມ ຈະສືບຕໍ່ໜູນຊ່ວຍດ້ານເຕັກນິກໃຫ້ຂະແໜງກະຈາຍສຽງຂອງ ກຳປູເຈຍ

(VOVWORLD) - ກ່ຽວກັບການຮ່ວມມືສາກົນ, ທ່ານ ຫວູຫາຍ ໃຫ້ຮູ້ວ່າ ປະຈຸບັນ, VOV ມີການພົວພັນກັບກ່ວາ 60 ອົງການ, ວິທະຍຸ, ໂທລະພາບໃນພາກພື້ນ ແລະ ໃນທົ່ວໂລກ

ຕອນເຊົ້າວັນທີ 22 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຕ້ອນຮັບຄະນະນັກຂ່າວ ກຳປູເຈຍ ໂດຍທ່ານ Ouk Kimseng, ຮອງລັດຖະມົນຕີ, ເປັນຫົວໜ້າຄະນະ, ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານຮອງຜູ້ອຳນວຍການໃຫຍ່ ຫວູຫາຍ ແນະນຳໂດຍຫຍໍ້ກ່ຽວກັບວິທະຍຸກະຈາຍສຽງ ຫວຽດນາມ. ກ່ຽວກັບການຮ່ວມມືສາກົນ, ທ່ານ ຫວູຫາຍ ໃຫ້ຮູ້ວ່າ ປະຈຸບັນ, VOV ມີການພົວພັນກັບກ່ວາ 60 ອົງການ, ວິທະຍຸ, ໂທລະພາບໃນພາກພື້ນ ແລະ ໃນທົ່ວໂລກ; ເປັນສະມາຊິກຕັ້ງໜ້າຂອງສະຫະສະມາຄົມກະຈາຍສຽງ - ໂທລະພາບ ອາຊີ - ປາຊີຟິກ (ABU) ແລະ ອົງການສາກົນບັນດາວິທະຍຸ - ໂທລະພາບເວົ້າພາສາ ຝລັ່ງ.

        ກ່ຽວກັບການຮ່ວມມືຂອງວິທະຍຸກະຈາຍສຽງ ຫວຽດນາມ ກັບ ຝ່າຍກຳປູເຈຍ ໃນຂົງເຂດກະຈາຍສຽງ, ທ່ານຮອງຜູ້ອຳນວຍການໃຫຍ່ ຫວູຫາຍ, ຊີ້ແຈ້ງວ່າ:

        “ປະຈຸບັນ, VOV ແລະ ຝ່າຍ ກຳປູເຈຍ, ພິເສດແມ່ນ, ກະຊວງຖະແຫຼງຂ່າວ ກຳປູເຈຍ ແລະ ວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ ໄດ້ມີການພົວພັນນຳກັນສະໜິດແໜ້ນ. ກ່ຽວກັບດ້ານເຕັກນິກ, VOV ໄດ້ປະຕິບັດບັນດາໂຄງການຄື ຊ່ວຍໃຫ້ ກຳປູເຈຍ ເພີ່ມທະວີຄຸນນະພາບຂອງຄື້ນ. ພວກຂ້າພະເຈົ້າກໍ່ມີການແລກປ່ຽນໃນບັນດາໂຄງການກະຈາຍສຽງ, ບັນດາຄະນະຜູ້ແທນລະຫວ່າງ VOV ແລະ ຝ່າຍ ກຳປູເຈຍ. ໃນການເຮັດວຽກຄັ້ງຕ່າງໆລະຫວ່າງການນຳ VOV ແລະ ລັດຖະມົນຕີກະຊວງຖະແຫຼງຂ່າວ ກຳປູເຈຍ, ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນການສືບຕໍ່ໜູນຊ່ວຍ ກຳປູເຈຍ ໃນຂົງເຂດເຕັກນິກ.”

ຕອບກັບ

ຂ່າວ/ບົດ​ອື່ນ