ວິທະຍຸກະຈາຍສຽງ ຫວຽດນາມ ຍຸ້ແຮງການຮ່ວມມືກັບວິທະຍຸກະຈາຍສຽງແຫ່ງຊາດລາວ

(VOVWORLD) - ຕອນເຊົ້າວັນທີ 20 ພະຈິກ ຢູ່ນະຄອນຫຼວງ ວຽງຈັນ ໄດ້ດຳເນີນການພົບປະເຈລະຈາລະຫວ່າງຄະນະຜູ້ແທນ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ແລະ  ຄະນະຜູ້ແທນວິທະຍຸກະຈາຍສຽງແຫ່ງຊາດລາວ.
ວິທະຍຸກະຈາຍສຽງ ຫວຽດນາມ ຍຸ້ແຮງການຮ່ວມມືກັບວິທະຍຸກະຈາຍສຽງແຫ່ງຊາດລາວ - ảnh 1 ທ່ານ ຫງວຽນເທ໋ກີ້ ແລະ ທ່ານ ບໍແສງຄຳ ວົງດາລາ

 ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ແຕ່ວັນທີ 18 – 21 ພະຈິກ ຂອງຄະນະຜູ້ແທນ VOV ໂດຍທ່ານ ຫງວຽນເທ໋ກິ້, ຜູ້ອຳນວຍການໃຫຍ່ VOV ເປັນຫົວໜ້າຄະນະ. ເຂົ້າຮ່ວມການພົບປະເຈລະຈາກໍ່ຍັງມີ ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ບໍແສງຄຳ ວົງດາລາ, ທ່ານອັກຄະລັດຖະທູດ ຫວຽດນາມ ປະຈຳລາວ ຫງວຽນແທງຕູ່ງ. ການນຳ ວິທະຍຸທັງສອງ ໄດ້ພ້ອມກັນທົບທວນຄືນໝາກຜົນການຮ່ວມມືໃນໄລຍະທີ່ຜ່ານມາ ຕາມເນື້ອໃນຈິດໃຈບົດບັນທຶກຂໍ້ຕົກລົງຮ່ວມມືໄລຍະ 2015 – 2018. ຕາມນັ້ນແລ້ວ, 2 ຝ່າຍໄດ້ປະຕິບັດບັນດາມາດຕາໃນຂໍ້ຕົກລົງຮ່ວມມືເປັນຢ່າງດີ. ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນເທ໋ກິ້ ຢືນຢັນວ່າ: ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຊ່ວຍບຳລຸງສ້າງພະນັກງານຄຸ້ມຄອງ, ນັກຂ່າວ, ນັກເຕັກນິກ ໃຫ້ແກ່ ວິທະຍຸກະຈາຍສຽງແຫ່ງຊາດ ລາວ ໃນໄລຍະທີ່ຈະມາເຖິງ. ແລະກໍ່ໃນວັນດຽວກັນ, ຄະນະຜູ້ແທນ VOV ໄດ້ໄປຢ້ຽມຢາມ ວິທະຍຸກະຈາຍສຽງແຫ່ງຊາດ ລາວ, ຢ້ຽມຢາມ ສະຖານທູດ ຫວຽດນາມ ປະຈຳ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ