ວິທະຍຸກະຈາຍສຽງຫວຽດນາມລົງນາມໃນສັນຍາໂຄງການສົມທົບກັບສະພາມະຫາບັນດີດວິທະຍາສາດແລະເຕັກໂນໂລຊີຫວຽດນາມ

ວິທະຍຸກະຈາຍສຽງຫວຽດນາມລົງນາມໃນສັນຍາໂຄງການສົມທົບກັບສະພາມະຫາບັນດີດວິທະຍາສາດແລະເຕັກໂນໂລຊີຫວຽດນາມ - ảnh 1
ທ່ານ ຫງວຽນດັງຕ໋ຽນ ຜູ້ອຳນວຍການໃຫຍ່ VOV

 (vovworld) -  ພິທີ​ເຊັນ​ສັນຍາ​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 17/4 ຢູ່ ຮ່າ​ໂນ້ຍ. ທ່ານ​ ຫງວຽນ​ດັງ​ຕ໋ຽນ ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ ທ່ານ​ປະທານ​ສະ​ພາ​ມະຫາບັນ​ດີດ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ ​ເຈົາວັນ​ມິ​ງ ​ໄດ້​ລົງ​ນາມ​ໃນ​ສັນຍາ​ໂຄງການ​ສົມທົບ “ຍົກ​ສູງ​ປະສິດທິ​ຜົນ​ການ​ໂຄສະນາ​ເຜີຍ​ແຜ່​ບັນດາ​ການ​ເຄື່ອນ​ໄຫວ​ຄົ້ນ​ຄ້ວາ, ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຜ່ານບັນດາ​ພາຫະນະ​ສື່ສານ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ”. ຕາມ​ນັ້ນ​ແລ້ວ, ສະ​ພາ​ມະຫາບັນ​ດີດ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ຫົວໜ່ວຍ​ບັນນາທິການ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ ສຳ​ພັດ​, ຊອກ​ຮູ້​ສະພາບ​ຕົວ​ຈິງ ​ແລະ ຂຸດ​ຄົ້ນ​ຂໍ້​ມູນ​ຂ່າວສານກ່ຽວ​ກັບບັນດາ​ການ​ເຄື່ອນ​ໄຫວ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ສະພາບ​ການ​ປະຕິບັດ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ເພື່ອ​ຮັບ​ໃຊ້​ການ​ໂຄສະນາ​ເຜີຍ​ແຜ່. ວິທະຍຸ​ກະຈາຍສຽງ​ຫວຽ​ດນາມ ຈະ​ຫັນບັນດາ​ມາດ​ຕະການສື່ສານ​ເປັນ​ຫຼາຍ​ຮູບ, ຫຼາຍ​ແບບ ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ການ​ໂຄສະນາ​ເຜີຍ​ແຜ່ ກ່ຽວ​ກັບ​ນະ​ໂຍບາຍ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ; ​ສື່ຂ່າວ​ຢ່າງ​ທັນ​ການກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ​ຂອງສະ​ພາ​ຜ່ານ​ບັນດາ​ພາຫະນະ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽ​ດນາມ​ ຄື: ​ກະຈາຍສຽງ, ​ໂທລະພາບ, ສື່​ສິ່ງ​ພິມ ​ແລະ ສື່​ເອ​ເລັກ​ໂຕ​ນິກ​.

ຂ່າວ/ບົດ​ອື່ນ