ວັນກາເຟຫວຽນດາມ

ວັນກາເຟຫວຽນດາມ - ảnh 1
(ພາບປະກອບ)

(vovworld) - ​ ​​ ສະຫະ​ສະມາຄົມ ກາ​ເຟ ກາ​ກາວ ຫວຽດນາມ ​ເປັນ​ປະທານ, ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ທີ່​ກ່ຽວຂ້ອງ ຈະ​ຈັດ​ຕັ້ງ​ວັນ​ກາ​ເຟ ຫວຽດນາມ ນັບ​ແຕ່​ວັນ​ທີ 08 – 11/12/2016 ຢູ່​ນະຄອນ ​ໂຮ່ຈີ​ມິນ. ດ້ວຍ​ຄວາມ​ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພັດທະນາ​ບັນດາ​ເຄື່ອງໝາຍ​ການ​ຄ້າ​ກາ​ເຟ​ ​ເຖິງ​ຜູ້​ບໍລິ​ໂພ​ກພາຍ​​ໃນ​ປະ​ເທດ ​ແລະ ສາກົນ, ວັນກາ​ເຟ ຫວຽດນາມ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ກາລະ​ໂອກາດ​ໂຄສະນາ ​ແລະ ກະຕຸກ​ຊຸກຍູ້​ຕະຫລາດ​ໃຫ້​ບັນດາ​ຫົວໜ່ວຍ​ຜະລິດ, ດຳ​ເນີນ​ທຸລະ​ກິດກາ​ເຟ. ລາຍການ​ຈະ​ດຳ​ເນີນ​ໄປ​ດ້ວຍ​​ເນື້ອ​​ໃນ​ອຸດົມສົມບຸນຫລາຍ​ຢ່າງ​ລວມມີ: ງານວາງສະ​ແດງ​ໂຄສະນາ, ​ແນະນຳ​ບັນດາ​ຜະລິດ​ຕະພັນ​ກາ​ເຟມີ​ຄຸນ​ນະພາ​ບສູງ ທີ່​ມາ​ຈາກ​ບັນດາ​ເຂດ​ປູກ​ກາ​​ເຟທີ່ມີ​ຊື່​ສຽງ​ໃນ​ທົ່ວ​ປະ​ເທດ, ຊີມ​ກາ​​ເຟຂອງ​ບັນດາ​ເຄື່ອງໝາຍ​ການ​ຄ້າທີ່​ມີ​ຊື່ສຽງ, ​ເຊີດ​ຊູ​ຜະລິດ​ຕະພັນ​ກາ​ເຟທີ່ມີ​ອິດທິພົນ​ຊື່​ສຽງດ້ວຍ​ຄຸນ​ນະພາ​ບສູງ, ພິ​ເສດ​ແມ່ນ​ຊ່ວຍ​ໃຫ້ຜູ້​ບໍລິ​ໂພ​ກມີ​ຄວາມ​ຮູ້​ກ່ຽວ​ກັບ​ຄຸນ​ປະ​ໂຫຍ​ດຂອງ​ກາ​ເຟສຳລັບ​ສຸຂະພາບ​ຂອງວົງ​ຄະນະ​ຍາດ.

 

ຂ່າວ/ບົດ​ອື່ນ