ວັນຄອບຄົວ ອາຊຽນ ຢູ່ ໄທ ມີຄວາມຟົດຟື້ນມ່ວນຊື່ນ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ແຫ່ງວັນສ້າງຕັ້ງ ອາຊຽນ, ວັນທີ 06 ສິງຫາ ຢູ່ສະຖານທູດ ອິນໂດເນເຊຍ ປະຈຳ ບາງກອກ, ໄທ, 
 
ວັນຄອບຄົວ ອາຊຽນ ຢູ່ ໄທ ມີຄວາມຟົດຟື້ນມ່ວນຊື່ນ - ảnh 1ວັນຄອບຄົວ ອາຊຽນ ຢູ່ ໄທ ມີຄວາມຟົດຟື້ນມ່ວນຊື່ນ 

ບັນດາສະຖານທູດຂອງ 10 ປະເທດສະມາຊິກ ອາຊຽນ ໄດ້ຈັດຕັ້ງງານບຸນ “ວັນຄອບຄົວ ອາຊຽນ”. ເລື່ອງຈັດຕັ້ງເຫດການນີ້ ໄດ້ຊ່ວຍ ອາຊຽນ ຍົກສູງນ້ຳໃຈສາມັກຄີ, ມິດຕະພາບ. ວັນຄອບຄົວ ອາຊຽນ ດຳເນີນໄປໃນບັນຍາກາດເບີກບານມ່ວນຊື່ນ, ຄວາມຮັກແພງກັນຂອງມະຫາຄອບຄົວໃຫຍ່ ອາຊຽນ ດ້ວຍບັນດາການເຄື່ອນໄຫວແຂ່ງຂັນກິລາຄື: ບານເຕະ, ປິງປ່ອງ, ຕີດອກປີກໄກ່, ແນະນຳວັດທະນະທຳ, ອາຫານ, ດົນຕີ. ໃນຂອບເຂດຂອງເຫດການ, ສະຖານທູດ ຫວຽດນາມ ປະຈຳ ໄທ ໄດ້ແນະນຳອາຫານພື້ນເມືອງຫລາຍເຍື່ອງຂອງ ຫວຽດນາມ ຄື: ຢໍ່ຈືນ, ແໜມເນືອງ, ເຟີກ້ວນ…ຊຶ່ງຮັບຄວາມນິຍົມບໍລິໂພກຈາກເພື່ອນມິດບັນດາປະເທດໃນພາກພື້ນ.

ວັນຄອບຄົວ ອາຊຽນ ຢູ່ ໄທ ມີຄວາມຟົດຟື້ນມ່ວນຊື່ນ - ảnh 2 ວັນຄອບຄົວ ອາຊຽນ ຢູ່ ໄທ ມີຄວາມຟົດຟື້ນມ່ວນຊື່ນ

ຕອບກັບ

ຂ່າວ/ບົດ​ອື່ນ