ວັນ​ຄອບ​ຄົວອາ​ຊຽນ​ 2019

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງອາຊຽນ (1967-2019), ຕອນເຊົ້າວັນທີ 18 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ສົມທົບກັບກຸ່ມແມ່ຍິງປະຊາຄົມອາຊຽນ (AWCH) ໄດ້ຈັດວັນຄອບຄົວອາຊຽນ 2019 ຂຶ້ນດ້ວຍການເຄື່ອນໄຫວຟົດຟື້ນຫຼາຍຢ່າງ.
ວັນ​ຄອບ​ຄົວອາ​ຊຽນ​ 2019 - ảnh 1

ຖີບລົດຖີບໃນຂອບເຂດວັນຄອບຄົວອາຊຽນ 2019

(ພາບ: TTXVN)

   ເຂົ້າຮ່ວມການເຄື່ອນໄຫວດັ່ງກ່າວມີຜູ້ຕາງໜ້າການນຳ, ພະນັກງານ, ພາລະກອນກະຊວງການຕ່າງປະເທດ, ເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ ປະຈຳຮ່າໂນ້ຍ ພ້ອມດ້ວຍສາມີ, ພັນລະຍາ ແລະ ສະມາຊິກໃນຄອບຄົວ; ບັນດາສະມາຊິກຂຶ້ນກັບຕາໜ່າງແມ່ຍິງອາຊຽນຢູ່ຮ່າໂນ້ຍ, ສະມາຊິກຄອບຄົວຜູ້ຕາງໜ້າຂອງ 16 ປະເທດຄູ່ຮ່ວມມືຂອງອາຊຽນຢູ່ຮ່າໂນ້ຍ.

   ກ່າວຄຳເຫັນທີ່ພິທີໄຂ, ທ່ານຫງວຽນກວັກຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ອາຊຽນຫວຽດນາມ ໃຫ້ຮູ້ວ່າ, ຜ່ານກ່ວາເຄິ່ງສະຕະວັດ, ອາຊຽນ ໄດ້ກາຍເປັນປະຊາຄົມແຫ່ງສັນຕິພາບ, ອົງອາດກ້າແກ່ນ ແລະ ວັດທະນາຖາວອນຂອງ 10 ປະເທດອາຊີຕາເວັນອອກສ່ຽງໃຕ້; ເປັນຄູ່ຮ່ວມມືທີ່ໜ້າໄວ້ວາງໃຈຂອງທຸກປະເທດໃນພາກພື້ນ ແລະ ໃນໂລກ, ພ້ອມກັນສູ້ຊົນເພື່ອສັນຕິພາບບົນຈິດໃຈໂອ້ລົມສົນທະນາ ແລະ ຮ່ວມມື.

  ສ່ວນທ່ານນາງເອກອັກຄະລັດຖະທູດຫງວຽນງວຽດງາ, ປະທານກິຕິມະສັກ ກຸ່ມແມ່ຍິງປະຊາຄົມອາຊຽນ (AWCH) ໄດ້ຢືນຢັນວ່າ: ຍາມໃດ, ວັນຄອບຄົວອາຊຽນ 2019 ກໍ່ແມ່ນຈຸດເວລາເພື່ອສະຫງວນອາລົມຈິດ, ເວລາໃຫ້ແກ່ບັນດາຜູ້ສະໜິດສະໜົມກັນທີ່ສຸດ. ທ່ານນາງເອກອັກຄະລັດຖະທູດປາດຖະໜາວ່າ, ດ້ວຍການເຕົ້າໂຮມ, ແບ່ງປັນ ແລະ ເຊື່ອມຕໍ່, ບັນດາສະມາຊິກອາຊຽນ ພ້ອມກັບບັນດາຄູ່ຮ່ວມມື ແລະ ເພື່ອນມິດ ຈະພ້ອມກັນສືບຕໍ່ເພີ່ມພູນຄູນສ້າງອາລົມຈິດ ແລະ ຄວາມສະໜິດຕິດພັນກັນ ຜ່ານບັນດາການເຄື່ອນໄຫວກິລາກາຍະກຳ, ບັນເທິງທີ່ມີຄວາມໝາຍໃນວັນຄອບຄົວອາຊຽນ 2019.


ຕອບກັບ

ຂ່າວ/ບົດ​ອື່ນ