“ວັນຄອບຄົວອາຊຽນ”ຢູ່ນິວຢອກ

“ວັນຄອບຄົວອາຊຽນ”ຢູ່ນິວຢອກ - ảnh 1
ຜູ້ຕາງໜ້າບັນດາປະເທດ ອາຊຽນ ປະຈຳ ສປຊ
(ພາບ: baomoi.com)

(vovworld) - ວັນ​ທີ 22/6, ບັນດາ​ຄະນະ​ຜູ້ຕາງໜ້າ​ຂອງ 10 ປະ​ເທດ ອາ​ຊຽນ ​ປະຈຳ ສປຊ ​ໄດ້​ຈັດ​ຕັ້ງ “ວັນ​ຄອບຄົວ ອາ​ຊຽນ” ປະຈຳ​ປີ​ຢູ່​ນະຄອນ ນິວຢອກ, ດ້ວຍ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ກິລາ ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ລະ​ຫວ່າງ​ບັນດາ​ສະມາຊິກ​ໃນ​ຄອບຄົວ​ອາ​ຊຽນ. “ວັນ​ຄອບຄົວ ອາ​ຊຽນ”  ກາຍ​ເປັນ​ວັນ​ບຸນ​ດ້ວຍ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ສິລະ​ປະ, ລະ​ຫຼີ້ນພື້ນ​ເມືອງ ​ແລະ ກິລາ​ທີ່​ຟົດ​ຟື້ນ. ​ເນື່ອງ​ໃນ​ໂອກາດ​ນີ້, ບັນດາ​ປະ​ເທດ ອາ​ຊຽນ ກໍ່​ແນະນ​ຳອາຫານ​ການ​ກິນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຕົນ. ​ຄະນະ ຫວຽດນາມ ​ໄດ້​ແນະນຳ​ບັນດາ​ອາຫານ​ທີ່​ເປັນ​ມູນ​ເຊື້ອ​ຄື: ​ແນ​ມ, ​ເຂົ້າໜຽວ, ​ຂົ້ວ​ເສັ້ນ​ລ້ອນ..​​. ​ເຊິ່ງ​ໄດ້​ດຶງ​ດູດ​ເພື່ອນ​ມິດສາ​ກົນ​ມາຮັບ​ປະທານເປັນ​ຈຳນວນ​ຫຼວງ​ຫຼາຍ.  ທ່ານ​ເລ​ຮວາຍ​ຈູງ, ​ເອກ​ອັກ​ຄະ​ລັດຖະທູດ, ຫົວໜ້າ​ຄະນະ​ຕາງໜ້າ ຫວຽດນາມ ປະຈ​ຳ ສປຊ ພ້ອມ​ກັບ​ພະນັກງານ, ຍາດຕິ​ພີ່ນ້ອງ​ຂອງ​ເຂົາ​ເຈົ້າ​ຢູ່ບັນດາ​ອົງການ ຫວຽດນາມ ປະຈ​ຳ ນິວຢອກ ​​ໄດ້ເຂົ້າ​ຮ່ວມ​ການ​ເຄື່ອນ​​ໄຫວ​ນີ້​ຢ່າງ​ສຸດ​ຈິດ​ສຸດ​ໃຈ.


ຂ່າວ/ບົດ​ອື່ນ