ວັນທີ 10/08, ມີກຳມະກອນຫວຽດນາມ 184 ຄົນຈາກລີບີ ກັບເມືອຮອດຮ່າໂນ້ຍ

ວັນທີ 10/08, ມີກຳມະກອນຫວຽດນາມ 184 ຄົນຈາກລີບີ ກັບເມືອຮອດຮ່າໂນ້ຍ - ảnh 1
ກຳມະກອນຫວຽດນາມຢູ່​ລີ​ບີ​ເດີນທາງ​ກັບ​ເມືອ​ຫວຽດນາມ
(ພາບ: baomoi.com)


(vovworld) – ມີ​ກຳມະກອນຫວຽດນາມ 184 ຄົນ​ຈາກ​ລີ​ບີ ​​ໄດ້​​ເຂົ້າ​ເມືອງ​ອີ​ຢິບ ​ໃນ​ຕອນ​ບ່າຍ ​ແລະ ຕອນ​ຄໍ່າ​ວັນ​ທີ 09/08, ວັນ​ທີ 10/08 ​ໄດ້​ເດີນທາງ​ກັບ​ເມືອ​ຫວຽດນາມ. ວັນ​ທີ 10/08, ບໍລິສັດ​ການບິນ​ລີ​ບີ ​ສືບ​ຕໍ່​ຈັດ 4 ​ຖ້ຽວ​ບິນ​ເພື່ອ​ນຳ​ກຳມະກອນ​ຫວຽດນາມ ​ໄປ​ເຖິງ​ກາຍ​ໂຣ, ​ເພື່ອກະກຽ​ມ​ກັບ​ເມືອຫວຽດນາມ ດ້ວຍ​ຍົນ​ຂອງ​ບໍລິສັດ​ການບິນ Vietnam Airlines. ວັນ​ທີ 11/08, ວັນ​ສຸດ​ທ້າຍ​ໃນ​ແຜນການຍົກ​ຍ້າຍ, ບໍລິສັດ​ການບິນ​ລີ​ບີ ​ໄດ້​ຈັດ 3 ຖ້ຽວ​ບິນ​ເພື່ອ​ນຳ​ກຳມະກອນ​ຫວຽດນາມ 244 ຄົ​ນສຸດ​ທ້າຍ ​ໃນ​ຈຳນວນກຳມະກອນ 682 ຄົນ​ຂອງ Vinamex ​ອອກ​ຈາກ​ລີ​ບີ ​ໃນ​ຄັ້ງ​ນີ້​ເຖິງ​ອີ​ຢິບ. ​ເພື່ອ​ກະກຽ​ມ​ໃຫ້ການ​ນຳກຳມະກອນ​ກັບ​ເມືອ​ປະ​ເທດເປັນ​ຢ່າງດີ, ສະຖານທູ​ດຫວຽດນາມ ປະຈຳ​ອີ​ຢິບ, ຜູ້ຕາງໜ້າ Vinamex ​ແລະ ຜູ້ຕາງໜ້າ​ນັກ​ປະມູນ Hyundai ​ໄດ້​ເປັນ​ເອກະ​ພາບ​ແຜນການ​ລະອຽດ​ເພື່ອ​ສະໜອງຂອງກິນ, ​ເຄື່ອງ​ດຶ່​ມ ​ແລະ ໜູນ​ຊ່ວຍ​ລະບຽບ​ການ​ເຂົ້າ​ອອກ​ເມືອງ​ໃຫ້​ແກ່​ບັນດາ​ກຳມະກອນ.
ຂ່າວ/ບົດ​ອື່ນ