ວັນທີ02/09/1945ຜ່ານສາຍຕາຂອງເພື່ອນມິດສາກົນ

ວັນທີ02/09/1945ຜ່ານສາຍຕາຂອງເພື່ອນມິດສາກົນ - ảnh 1
ສາດສະດາ​ຈານ, ດ.ຣ ຈະເລີນ ເຢຍ​ປາວ​ເຮີ,
ປະທານສະ​ຖາ​ບັນ​ວິທະຍາສາດ - ສັງຄົມ​​ແຫ່ງ​ຊາດ
(ພາບປະກອບ: lao.voanews.com)


(vovworld) – ​ເນື່ອງ​​​ໃນ​ໂອກາດ​ສະ​ເຫ​ຼີມສະຫຼອງ 70 ປີ​ແຫ່ງ​ວັນການ​ປະຕິວັດ​​ເດືອນສິງຫາ ​ແລະ ວັນຊາດ​ທີ 2 ກັນຍາ, ນັກ​ຂ່າວ, ສຳນັກ​ຂ່າວສານ​ຫວຽດນາມ ປະຈຳ​ລາວ ​ໄດ້​ມີ​ບົດ​ສຳພາດ​​ສາດສະດາ​ຈານ, ດ.ຣ ຈະເລີນ ເຢຍ​ປາວ​ເຮີ, ປະທານສະ​ຖາ​ບັນ​ວິທະຍາສາດ - ສັງຄົມ​​ແຫ່ງ​ຊາດ​ລາວ, ກ່ຽວ​ກັບ​ຄວາມ​ໝາຍ​ຂອງການສະ​ຖາປະນາ​ປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ ປີ 1945; ຜົນ​ກະທົບ​ຂອງ​ເຫດການ​ນີ້​ສຳລັບ​ການ​ປະຕິວັດ​ຢູ່​ລາວ, ກໍ​ຄື​ບັນດາ​ຜົນງານ​ໃນ​ໄລຍະ 70 ປີຜ່ານມາ ຂອງ​ຫວຽດນາມ. ​​ສາດສະດາ​ຈານ ຈະເລີນ ເຢຍ​ປາວ​ເຮີ ​ເນັ້ນ​ໜັກ​ວ່າ: ການສະ​ຖາປະນາ​ປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ ​​ເມື່ອວັນ​ທີ 02/09/1945 ​​ໄດ້​ເປີດ​ສັງ​ກາດ​ໃໝ່​ໃຫ້​ຂະ​ບວນການ​ຕໍ່ສູ້​ຮັກ​ຊາດ​ຂອງ​ປະຊາຊົນ​ຫວຽດນາມ, ປະຊາຊົນ​ລາວ ​ແລະ ປະຊາຊົນ​ກຳປູ​ເຈ​ຍ. ​​ເຫດການ​ນີ້​ໄດ​້ສ້າງ​ເງື່ອນ​ໄຂ​ໂດຍ​ກົງ​ໃຫ້​ເລື່ອງ​ປະຊາຊົນ​ລາວ ຍາ​ດ​ເອົາ​ເອກະລາດ ​ເມື່ອ​ວັນ​ທີ 12/10/1945, ກໍ​ຄື​ປະຊາຊົນ​ກຳປູ​ເຈຍ. ​ເຫດການ​ນີ້ຍັງ​​ເປັນ​ບາ​ດລ້ຽວປະຫວັດສາດ, ​​ແມ່ນ​ເຫດການ​ການ​ເມືອງ​ທີ່​ດົງ​ດັ່ງ ບໍ່​ພຽງ​ແຕ່​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ເທົ່າ​ນັ້ນ, ຫາກ​ຍັງ​ໃນ​ທົ່ວ​ໂລກ​ອີກ​ດ້ວຍ. ສັງ​ເກດ​ກ່ຽວ​ກັບ​ຜົນ​ງານ​ຂອງ​ຫວຽດນາມ ​ໃນ 70 ປີຜ່າ​ນ​​ມາ, ​​ສາດສະດາ​ຈານ ຈະເລີນ ເຢຍ​ປາວ​ ຖື​ວ່າ, ພາຍຫຼັງ​​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ​​ເມື່ອ​ປີ 1975, ລັດ​ແຫ່ງ​ສາທາລະນະ​ລັດ​ປະຊາທິປະ​ໄຕສັງຄົມ​ນິຍົມ​ຫວຽດນາມ ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ຈາກ​ປະ​ເທດ​ທຸກ​ຍາກ, ດ້ອຍ​ພັດທະນາ, ຖືກ​ທຳ​ລາຍຢ່າງ​ໜັກ​ໜ່ວງ​ໃນ​ສົງຄາມ, ຫວຽດນາມ ​ໄດ້​ບື່ນຕົວ​ຂຶ້ນ​ກາຍ​ເປັນ​ປະ​ເທດ​ພວມ​ພັດທະນາ, ຊີວິດ​ທຸກ​ດ້ານ​ຂອງ​ປະຊາຊົນ​ຫວຽດນາມ ​ໄດ້​ຮັບ​ການ​ປ່ຽນ​ປ່ຽນ​ຢ່າງຮອບດ້ານ, ບົດບາດ ​ແລະ ທີ່​ຕັ້ງ​ຂອງ​ຫວຽດນາມ ​ໃນ​ປະຊາ​ຄົມ​ໂລກ ນັບ​ມື້​ນັບ​ໄດ້​ຮັບ​ກາ​ນຍົກ​ສູງ​ຂຶ້ນ. ​ເມື່ອ​ເວົ້າ​ເຖິງ​ການພົວພັນ​ລະຫວ່າງ​ລາວ - ຫວຽດນາມ, ທ່ານ​ເນັ້ນ​ໜັກ​ວ່າ, ນັບ​ແຕ່​ເມື່ອ​ພັກ​ກອມ​ມູນິດ​ອິນ​​ໂດ​ຈີນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ປະຊາຊົນ​ຫວຽດນາມ ​ແລະ ລາ​ວ ​ໄດ້​ຮຽງ​ບ່າ​ຮຽງ​ໄຫຼ່, ນັບ​ທັງ​​ໃນພາລະກິດປົກ​ປົກ​ຮັກສາ ກໍ​ຄື​ພາລະກິດ​ສ້າງສາ​ປະ​​ເທດຊາດ. ນັ້ນ​ແມ່ນ​ສາຍ​ພົວພັນ​ແບ​ບພິ​ເສດ ​ແລະ ການຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດຖະບານ ​ແລະ ປະຊາ​ຊົນ 2 ປະ​ເທດ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ພັດທະນາ, ​ເພີ່ມ​ທະວີ ​ແລະ ປັບ​ປຸງ​ໃນ​ອະນາຄົດຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ/ບົດ​ອື່ນ