ວັນບຸນ Cotton Day ເປັນຄັ້ງທຳອິດຈັດຂຶ້ນຢູ່ຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 12 ກັນຍາ, ວັນບຸນ Cotton Day 2017 ໂດຍສະຫະສະມາຄົມຕ່ຳແຜ່ນຕັດຫຍິບຫວຽດນາມ ແລະ ສະຫະສະມາຄົມຝ້າຍ ອາເມລິກາ (CCI) ສົມທົບກັນຈັດຕັ້ງຢູ່ ນະຄອນໂຮ່ຈິມີນ.
ວັນບຸນ Cotton Day ເປັນຄັ້ງທຳອິດຈັດຂຶ້ນຢູ່ຫວຽດນາມ - ảnh 1 ພາບປະກອບ

Cotton Day 2017  ໄດ້ດຶງດູດການເຂົ້າຮ່ວມຂອງກວ່າ 100 ວິສາຫະກິດ ສ່ວນຫລາຍຂຶ້ນກັບຂົງເຂດເຂັນຝ້າຍໃນລະບົບສະຫນອງວັດຖຸດິບຂອງຂະແຫນງຕ່ຳແຜ່ນຕັດຫຍິບຫວຽດນາມ. ຂະແຫນງ ຝ້າຍຫວຽດນາມ ປະຈຸບັນ ມີປະມານ 800 ວິສາຫະກິດ, ວົງເງິນສົ່ງອອກບັນລຸກວ່າ 3 ຕື້ USD/ປີ. ປະຈຸບັນ ຝ້າຍຂອງອາເມລິກາ ກວມເອົາ 60% ຍອດຈຳນວນຝ້າຍນຳເຂົ້າຈາກຫວຽດນາມ. ສະຫະສະມາຄົມ ຝ້າຍ ອາເມລິກາ ໄດ້ເຄື່ອນໄຫວຢູ່ຫວຽດນາມ ກວ່າ 10 ປີ ແຕ່ນີ້ເປັນຄັ້ງທຳອິດຈັດຕັ້ງວັນບຸນ Cotton Day, ສ່ວນຢູ່ຫລາຍປະເທດໃນ ພາກພື້ນ ອາຊີ ນີ້ແມ່ນເຫດການຖືກຈັດຂຶ້ນປະຈຳປີ. ຜ່ານເຫດການນີ້ ບັນດາວິສາຫະກິດ ມີໂອກາດໄດ້ຊອກຮູ້ບັນດາຜົນສະທ້ອນຂອງບັນດານະໂຍບາຍການຄ້າໃຫມ່ຂອງ ອາເມລິກາ ຕໍ່ຂະແຫນງຕ່ຳແຜ່ນຕັດຫຍິບຫວຽດນາມ ແລະ ສະພາບການສະຫນອງ ແລະ ຄວາມຕ້ອງການຝ້າຍໃນໂລກ. ທ່ານ ຫວູແມ້ງຮຸ່ງ, ຫົວຫນ້າຜູ້ຕາງຫນ້າສະຫະສະມາຄົມຝ້າຍ ອາເມລິກາ ປະຈຳຫວຽດນາມ ໃຫ້ຮູ້ວ່າ:

        “ນີ້ແມ່ນວັນບຸນຊື່ງພວກຂ້າພະເຈົ້າຢາກສະຫນິດຕິດພັນກັບບັນດາວິສາຫະກິດໃນຂະແຫນງເຂັນຝ້າຍຫວຽດນາມ. ພິເສດ ແມ່ນຜູ້ນຳໃຊ້ຝ້າຍ cotton ແລະ ພວກຂ້າພະເຈົ້າຢາກສ້າງສະຖານທີ່ເພື່ອໃຫ້ທຸກຄົນມີການພົວພັນໃຫມ່”

ຕອບກັບ

ຂ່າວ/ບົດ​ອື່ນ