ວັນບຸນ “ລະດູບານໃໝ່ຢູ່ເຂດທະເລ,ໝູ່ເກາະ”ເຂັ້ມຄົ້ນໄປດ້ວຍນ້ຳໃຈທະຫານ, ປະຊາຊົນກອງທັບເຮືອເຂດ4

(vovworld) - ​ຕອນບ​່າຍ​ວັນ​ທີ 10/1, ທີ່ກອງ​ທັບ​ເຮືອ​ເຂດ 4, ຢູ່ ກາມ​ແຣງ, ແຂວງ ແຄ໋ງ​ຮ່​ວາ, ໜັງ​ສື​ພິມ ຕ໋ວຍ​ເຈ  ໄດ້​ສົມ​ທົບ​ກັບ​ຫໍ​ວັດ​ທະ​ນະ​ທຳ​ຊາວ​ໜຸ່ມ ນະ​ຄອນ ໂຮ່​ຈີ​ມິນ ໄຂ​ງານ​ບຸນ “ລະ​ດູ​ບານ​ໃໝ່​ຢູ່​ເຂດ​ທະ​ເລ, ໝູ່​ເກາະ” ຄັ້ງ​ທີ 6 ປີ 2017, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ພະ​ນັກ​ງານ, ນົ​ກ​ຮົບ, ນັກ​ຮຽນ, ຊາວ​ໜຸ່ມ ແລະ ປະ​ຊາ​ຊົນ​ທ້ອງ​ຖິ່ນ​ກ່​ວາ 3.000 ຄົນ.  ລາຍ​ການ​ແມ່ນ​ໂອ​ກາ​ດ​ເພື່ອແນ​ໃສ່ “ເຊື່ອ​ມ​ຈອດ” ເຂດ​ດິນ​ຕໍ່​ແຜ່ນ​ກັບ​ເຂດ​ໝູ່​ເກາະ​ທີ່​ຫ່າງ​ໄກ, ພ້ອມ​ທັງ​ໄດ້​ສົ່ງ​ອາ​ລົມ​ຈິດ​ຂອງ​ປະ​ຊາ​ຊົນ​ເຖິງ​ບັນ​ດາ​ນັກ​ຮົບ, ​ທີ່ພວມ​​ປົກ​ປັກ​ຮັກ​ສາ​ເຂດ​ນ່ານ​ຟ້າ, ທະ​ເລ, ໝູ່​ເກາະ​ທີ່​ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດທັງ​ເວັນ ແລະ ຄື​ນ. ວັນ​ບຸນ “ລະ​ດູ​ບານ​ໃໝ່​ຢູ່​ເຂດ​ທະ​ເລ​,ໝູ່​ເກາະ” ຄັ້ງ​ທີ 6 ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງທີ່​ເຕັ້ມ​ໄປ​ດ້ວຍ​ນ້ຳ​ໃຈ​ຮັກ​ແພງ​ລະ​ຫວ່າງ​ທະ​ຫານ ແລະ ປະ​ຊາ​ຊົນ, ໃນ​ນັ້ນ​​ພົ້ນ​ເດັ່ນ​ແມ່ນ​ລາຍ​ການພົບ​ປະ​ແລກ​ປ່ຽນ​ສິ​ລະ​ປະ​ດ້ວຍ​ບັນ​ດາ​ບົດ​ເພງ, ວາດ​ຟ້ອນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ກ່ຽວ​ກັບ​ທະ​ເລ, ໝູ່​ເກາະ, ບັນ​ດາ​ບົດ​ເພງ​ຍ້ອງ​ຍ​ໍ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ, ມູນ​ເຊື້ອ​ການ​ປະ​ຕິ​ວັດ ແລະ ນ້ຳ​ໃຈ​ຂອງ​ບັນ​ດາ​ນັກ​ຮົບ​ຜູ້​ໄດ້​ຕິດ​ພັນ​ຢູ່​ເຂດ​ຊາຍ​ແດນ, ໝູ່​ເກາະ.

        ເນື່ອງ​ໃນ​ໂອ​ກາດນີ້, ຄະ​ນະ​ຈັດ​ຕັ້ງ​ໄດ້​ຢ້ຽມ​ຢາມ, ມອບ​ຂອງ​ຂວ​ັນ​ໃຫ້​ບັນ​ດາ​ນັກ​ຮົບ, ຈັດ​ຕັ້ງ​ການ​ຫໍ່​ເຂົ້າ​ຕົ້ມ, ມອບ​ທຶນ​ສຶກ​ສາ​ໃຫ້​ລູກຫຼານ​ຂອງ​ພະ​ນັກ​ງານ, ທະ​ຫານ​ເຮືອ 50 ທຶນ.


ຂ່າວ/ບົດ​ອື່ນ