ວັນບຸນ ອາຊຽນ ຢູ່ ການາດາ: ໂອກາດເພີ່ມທະວີການພົວພັນແລກປ່ຽນ ແລະ ເຊື່ອມຕໍ່

(VOVWORLD) - ວັນທີ 18 ສິງຫາ, ສະຖານທູດບັນດາປະເທດ ອາຊຽນ ປະຈຳ ການາດາ ໄດ້ຈັດຕັ້ງວັນບຸນ ອາຊຽນ ດ້ວຍການເຄື່ອນໄຫວລະຫຼິ້ນຫລາຍຢ່າງ ທີ່ສະຫງວນໃຫ້ທຸກເກນອາຍຸ.
ວັນບຸນ ອາຊຽນ ຢູ່ ການາດາ: ໂອກາດເພີ່ມທະວີການພົວພັນແລກປ່ຽນ ແລະ ເຊື່ອມຕໍ່ - ảnh 1 ວັນບຸນ ອາຊຽນ ຢູ່ ການາດາ (ພາບ: TTXVN)

ນີ້ແມ່ນການເຄື່ອນໄຫວປະຈຳປີຂອງຄະນະກຳມະການ ອາຊຽນ ປະຈຳ ການາດາ, ລວມມີສະຖານທູດຂອງ 7 ປະເທດ ນັ້ນແມ່ນ ບຣຸໄນ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟີລິບປີນ, ໄທ ແລະ ຫວຽດນາມ.

        ວັນບຸນ ອາຊຽນ ໄດ້ດຳເນີນຢູ່ສວນສາທາລະນະ Vincent Massey ຢູ່ນະຄອນຫລວງ Ottawa ດ້ວຍການເຂົ້າຮ່ວມຂອງພະນັກງານ, ລັດຖະກອນບັນດາອົງການຕາງໜ້າເປັນສະມາຊິກ ອາຊຽນ ປະຈຳ ການາດາ. ຕາມທ່ານປະທານໝູນວຽນຄະນະກຳມະການ ອາຊຽນ ປະຈຳ ການາດາ, ຂ້າຫລວງໃຫຍ່ ບຣຸໄນ Pengiran Haji Ahmad ແລ້ວ, ນີ້ບໍ່ພຽງແຕ່ແມ່ນໂອກາດເຊີດຊູບັນດາຄຸນຄ່າ ແລະ ຈິດໃຈຂອງ ອາຊຽນ ເທົ່ານັ້ນ ຫາກຍັງເພື່ອເພີ່ມທະວີການພົວພັນແລກປ່ຽນ, ເຊື່ອມຕໍ່ລະຫວ່າງ ອາຊຽນ ກັບ ການາດາ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ