ວັນບຸຸນກິລາແລະຄອບຄົວອາຊຽນຢູ່ສະວິດແລະຝຣັ່ງ

ວັນບຸຸນກິລາແລະຄອບຄົວອາຊຽນຢູ່ສະວິດແລະຝຣັ່ງ - ảnh 1
ພາບປະກອບ

(vovworld) – ​ວັນ​ບຸນກິລາ ​ແລະ ຄອບຄົວ ອາ​ຊຽນ 2016 ຖືກ​ຈັດ​ຂຶ້ນ​​ໃນ​ວັນ​ທີ 24/9 ຢູ່​ສູນ​ກິລາ ​ແລະ ບັນ​ເທິງ Evaux, ນະຄອນ ​ເຊີ​ແນວ. ພະນັກງານ, ລັ​ດຖະກອນ​ທັງ​ໝົດ ພ້ອມ​ກັບ​ຄອບຄົວ​ຂອງ​ຄະນະ​ປະຕິບັດ​ງານ ຫວຽດນາມ ຢູ່​ຂ້າງ ສປຊ, ອົງການ​ການ​ຄ້າ​ໂລກ (​WTO) ​ແລະ ບັນດາ​ອົງການ​ສາກົນ​ອື່ນໆ​ຢູ່ ​ເຊີ​ແນວ​ເຂົ້າ​ຮ່ວມ​ເຫດການ​ນີ້. ວັນ​ບຸນ​ກິລາ ​ແລະ ຄອບ​ຄົວ ອາ​ຊຽນ ຢູ່ ​ເຊີ​ແນວ ປີ​ນີ້ ​ໂດຍຄະນະ​ປະຕິບັດ​ງານ​ຂອງ ອິນ​ໂດ​ເນ​ເຊຍ ຈັດຕັ້ງ. ບັນດາ​ການ​ເຄື່ອນ​ໄຫວ​ແຂ່ງຂັນ​ກິລາ​ຄື tennis, ປິງປອງ, ດອກ​ປີກ​ໄກ່ ​ໄດ້​ຮັບ​ການດຳ​ເນີນ​ຢ່າງ​ຟົດ​ຟື້ນ, ຄຽງ​ຂ້າງ​ນັ້ນ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ບັນ​ເທິງ, ງານ​ບຸ​ນອາຫານ​ການ​ກິນ.

        ວັນ​ທີ 24/9, ​ສະຖານທູ​ດ ຫວຽດນາມ ​ແລະ ບັນດາ​ອົງການ​ຕາງໜ້າ​ຂອງ ຫວຽດນາມ ປະຈຳ ຝຣັ່ງ ​ໄດ້ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆຂອງ “ວັນ​ບຸນ​ຄອບຄົວ ອາ​ຊຽນ” ​​​ເຊິ່ງ​ຈັດ​ຕັ້ງ​ຢູ່​ນະຄອນຫຼວງ ປາຣີ ຂອງ ຝຣັ່ງ. ​ບໍ່​ພຽງ​ແຕ່​ແມ່ນ​ການ​ເຄື່ອນ​ໄຫວ​ມີ​ລັກສະນະ​ການ​ເມືອງ, ວັດທ​ະນະ​ທຳ ​ເທົ່າ​ນັ້ນ, ວັນ​ຄອບຄົວ​ອາ​ຊຽນ ຢູ່ ຝຣັ່ງ ຍັງ​ມີ​ຄວາມ​ໝາຍປະກອບສ່ວນ​ຮັດ​ແໜ້ນ​ຄວາມ​ສາມັກຄີ ​ແລະ ນຳ້​ໃຈ​ມິດຕະພາບ​ລະຫວ່າງ​ບັນດາ​ປະ​ເທດ ອາ​ຊຽນ ນຳ​ກັນ​ອີກ​ດ້ວຍ. ທ່ານ​ເອກ​ອັກ​ຄະ​ລັດຖະທູ​ດ ຫວຽດນາມ ປະຈຳ ຝຣັ່ງ ຫງວຽນ​ງອກ​ເຊີນ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ຢູ່​ຂ້າງ UNESCO ​ເລ​ຮົ່ງ​ເຟີ​໋ນ ​ແລະ ພະນັກງານ​ພ້ອມ​ກັບ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ຢູ່​ບັນດາ​ອົງການ​ຕາງໜ້າ ຫວຽດນາມ ຢູ່​ຝຣັ່ງ ​ເປ​ັນຈຳນວນ​ຫຼວງ​ຫຼາຍ​ໄດ້​ເຂົ້າ​ຮ່ວມ​ເຫດການ​ນີ້.


ຕອບກັບ

ຂ່າວ/ບົດ​ອື່ນ