ວັນບຸນຄອບຄົວ ອາຊຽນ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ

(VOVWORLD) -ປີຜ່ານມາ, ບັນດາປະເທດສະມາຊິກ ອາຊຽນ ມີຄວາມມານະພະຍາຍາມຫລາຍຢ່າງໃນການປະກອບສ່ວນສ້າງປະຊາຄົມ ອາຊຽນ ໝັ້ນຄົງດ້ວຍຈິດໃຈ “ 1 ວິໄສທັດ, 1 ສີສັນ, 1 ປະຊາຄົມ”.
ວັນບຸນຄອບຄົວ ອາຊຽນ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ - ảnh 1 ທ່ານ Cristopher Montero ເອກອັກຄະລັດຖະທູດ ຟີລິບປີນ

ຕອນເຊົ້າວັນທີ 16 ທັນວາ, ທີ່ນະຄອນຫລວງ ພະນົມເປັນ ລາຊະອານາຈັກ ກຳປູເຈຍ, ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ພ້ອມກັບສະຖານທູດບັນດາປະເທດສະມາຊິກ ອາຊຽນ ຈັດຕັ້ງວັນບຸນຄອບຄົວ ອາຊຽນ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ. ກ່າວຄຳເຫັນເນື່ອງໃນໂອກາດນີ້, ທ່ານ Cristopher Montero ເອກອັກຄະລັດຖະທູດ ຟີລິບປີນ ປະເທດປະທານ ອາຊຽນ ຜັດປ່ຽນກັນ ໃຫ້ຮູ້ວ່າ: ປີຜ່ານມາ, ບັນດາປະເທດສະມາຊິກ ອາຊຽນ ມີຄວາມມານະພະຍາຍາມຫລາຍຢ່າງໃນການປະກອບສ່ວນສ້າງປະຊາຄົມ ອາຊຽນ ໝັ້ນຄົງດ້ວຍຈິດໃຈ “ 1 ວິໄສທັດ, 1 ສີສັນ, 1 ປະຊາຄົມ”. ວັນບຸນຄອບຄົວ ອາຊຽນ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍແທດຈິງ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຊຸກຍູ້ນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງບັນດາປະເທດສະມາຊິກໃນປະຊາຄົມ ອາຊຽນ.

 

ຕອບກັບ

ຂ່າວ/ບົດ​ອື່ນ