ວັນບຸນບໍລິຈາກເລືອດ “ຢອດເລືອດແດງເພື່ອທະເລ,ໝູ່ເກາະທີ່ຮັກແພງ”

(VOVWORLD) - ວັນບຸນບໍລິຈາກເລືອດ “ຢອກເລືອດແດງເພື່ອທະເລ, ໝູ່ເກາະທີ່ຮັກແພງ” ຖືກດຳເນີນໃນວັນທີ 12 ກໍລະກົດ ຢູ່ນະຄອນ ຍາຈາງ, ແຂວງ ແຄ໋ງຮ່ວາ. 
ວັນບຸນບໍລິຈາກເລືອດ “ຢອດເລືອດແດງເພື່ອທະເລ,ໝູ່ເກາະທີ່ຮັກແພງ” - ảnh 1 ບັນດາຜູ້ຈົດທະບຽນບໍລິຈາກເລືອດ

ນີ້ແມ່ນໄລຍະທາງທີ 9 ຂອງ ຂະບວນການບໍລິຈາກເລືອດພາກໃຕ້. ປີນີ້, ແຄ໋ງຮ່ວາ ໄດ້ຂົນຂວາຍຜູ້ບໍລິຈາກເລືອດອາສາສະໝັກ 2.000 ຄົນ ແລະ ຮັບເລືອດໄດ້ 1.200 ຖົງ, ສະໜອງໃຫ້ວຽກງານການປິ່ນປົວພະຍາດ. ທ່ານ ຟ້າມຕ໋ວນເຢືອງ, ຮອງຫົວໜ້າສະຖານບັນໂລຫິດສາດ - ສົ່ງເລືອດສູນກາງ, ຫົວໜ້າຂະບວນການບໍລິຈາກເລືອດພາກໃຕ້, ໃຫ້ຮູ້ວ່າ: ຂະບວນການບໍລິຈາກເລືອດ ພວມປະກອບສ່ວນພໍສົມຄວນ ໃນການຕອບສະໜອງປະລິມານເລືອດຮັບໃຊ້ພະຍາບານສຸກເສີນ, ປີ່ນປົວພະຍາດ, ພ້ອມທັງມີການກະທົບດ້ານສື່ສານຍາວນານ ແລະ ເຂັ້ມແຂງ ກ່ຽວກັບການບໍລິຈາກເລືອດເຖິງປະຊາຊົນ. ຂະບວນການບໍລິຈາກເລືອດກໍ່ເປັນການເຊື່ອມຕໍ່ທຸກຄົນໃນທົ່ວປະເທດ ດ້ວຍການບໍລິຈາກເລືອດເຕັ້ມໄປດ້ວຍນ້ຳໃຈກຸສົນ, ເຮັດໃຫ້ທຸກຄົນຫຍັບມໍ່ໃກ້ກັນກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ