ວັນບຸນປື້ມປີ2017: “ປື້ມ-ພູມປັນຍາແລະພັດທະນາສັງຄົມ”

ວັນບຸນປື້ມປີ2017: “ປື້ມ-ພູມປັນຍາແລະພັດທະນາສັງຄົມ” - ảnh 1
ວັນ​ບຸນ​ປື້ມ

(VOVworld)-ຂ່ຳ​ນັບ​ຮັບ​ຕ້ອນ​ວັນ​ປື້ມ​ຫ​ວຽດ​ນາມ (21/4), ວັນ​ປື້ມ ແລະ ລີ​ຂະ​ສິດໂລກ (23/4), ມຸ່ງ​ໄປ​ເຖິງ​ການ​ສະ​ເຫລີມ​ສະ​ຫລອງ 100 ປີ​ແຫ່ງວັນ​ສ້າງ​ຕັ້ງ​ຫໍ​ສະ​ມຸດ​ແຫ່ງ​ຊາດ​ຫວຽດ​ນາມ, ຕອນ​ເຊົ້າ​ວັນ​ທີ 20/4,  ຫ​ໍ​ສະ​ມຸດ​ແຫ່ງ​ຊາດ​ຫວຽດ​ນາມ ສົມ​ທົບ​ກັບ​ບາງ​ກະ​ຊວງ, ຂະ​ແຫນງ​ການ ຂອງ​ສູນ​ກາງ ​ຈັດ​ຕັ້ງໄດ້​ໄຂ​ວັນ​ບຸນ​ປື້ມ​ປີ 2017. ດ້ວຍ​ຫົວ​ຂໍ້ “ປື້ມ- ພູມ​ປັນ​ຍາ​ແລະ​ພັດ​ທະ​ນາ​ສັງ​ຄົມ”, ວັນ​ບຸນ​ປື້ມ​ປີນີ້ ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ການ​ເຄື່ອນ​ໄຫວ​ມີ​ລັກ​ສະ​ນະ​ລວງ​ເລິກ, ມຸ່ງ​ໄປ​ເຖິງ​ເປົ້​າ​ໝາຍ​ແມ່ນ​ຊາວ​ຫ​ນຸ່ມ, ອະ​ນຸ​ຊົນ ແລະ ນັກ​ຮຽນ​ໃນ​ໂຮງ​ຮຽນ. ທີ່​ວັນ​ບຸນ​ປື້ມ ກ​ໍ່​ໄດ້​ຈັດ​ຕັ້ງ​ການ​ວາງ​ສະ​ແດງ​ປື້ມ​ ດ້ວຍ​ປື້​ມກວ່າ 500 ຫົວ ແມ່ນ​ເວົ້າ​ເຖິງ​ຄວາມ​ສຳ​ຄັນ ແລະ ຄຸນ​ຄ່າ​ຂອງ​ປື້ມ​ທີ່​ມີ​ຕໍ່​ການ​ພັດ​ທະ​ນາ​ຂອງ​ພູມ​ປັນ​ຍາ, ສີ​ວິ​ໄລ​ຂອງ​ມວນ​ມະ​ນຸດ, ບັນ​ດາ​ຜົນ​ງານ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຊື່ງ​ປະ​ຊາ​ຊົນ​ຫວຽດ​ນາມ ຍາດ​ມາ​ໄດ້​ໃນ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່​ຂອງ​ປະ​ເທດ​ຊາດ.


ຕອບກັບ

ຂ່າວ/ບົດ​ອື່ນ