ວັນບຸນພົບປະແລກປ່ຽນວັດທະນະທຳ,ກິລາແລະທ່ອງທ່ຽວເຂດຊາຍແດນຫວຽດນາມແລະລາວ

(VOVWORLD) -ວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນຫວຽດນາມ - ລາວ ຄັ້ງທີ 2 ຈະຖືກດຳເນີນໃນລະຫວ່າງວັນທີ 05 – 07 ກໍລະກົດ ຢູ່ແຂວງເຊີນລາ.

ວັນບຸນພົບປະແລກປ່ຽນວັດທະນະທຳ,ກິລາແລະທ່ອງທ່ຽວເຂດຊາຍແດນຫວຽດນາມແລະລາວ - ảnh 1 ການປະຊຸມຂ່າວ

(ພາບ: qdnd.vn)

ດ້ວຍຫົວຂໍ້ວ່າ “ນ້ຳໃຈສາມັກຄີມິດຕະພາບແບບພິເສດຫວຽດນາມ - ລາວ”, ມີນັກສິລະປະການ, ນັກສະແດງຫວຽດນາມ ແລະ ລາວ ກວ່າ 1000 ຄົນ ຈະພ້ອມກັນເຂົ້າຮ່ວມບັນດາເຫດການທີ່ອຸດົມສົມບູນທີ່ວັນບຸນ. ວັນບຸນແມ່ນການເຄື່ອນໄຫວແທດຈິງເພື່ອສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ, 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມືຫວຽດນາມ - ລາວ. ວັນບຸນມີການເຄື່ອນໄຫວຕ່າງໆຄື: ສະແດງຊຸດອາພອນປະຈຳຊາດ, ການເຄື່ອນໄຫວຊີວິດວັດທະນະທຳ, ໂຄສະນາຜະລິດຕະພັນວັດທະນະທຳ, ແນະນຳອາຫານການກິນຂອງບັນດາເຜົ່າ 2 ປະເທດ… ຜ່ານບັນດາການເຄື່ອນໄຫວໃນວັນບຸນ, ໄດ້ຢືນຢັນນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ, ຢືນຢັນທັດສະນະ, ແນວທາງ, ແຜນນະໂຍບາຍສະເໝີຕົ້ນສະເໝີປາຍໃນການຮັກສາ, ປັບປຸງ ແລະ ເພີ່ມພູນຄຸນສ້າງສານພົວພັນແບບພິເສດລະຫວ່າງປະຊາຊົນ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ