ວັນບຸນມິດຕະພາບ ແລະສາມັກຄີອາຊຽນ ຢູ່ຝະລັ່ງ


ວັນບຸນມິດຕະພາບ ແລະສາມັກຄີອາຊຽນ ຢູ່ຝະລັ່ງ - ảnh 1

 (ພາບ: Bích Hà/Vietnam+)

(vovworld)- ວັນ​ທີ 31/5, ສະຖານທູດບັນດາ​ປະ​ເທດ​ອາ​ຊຽນ ປະຈຳ​ຝະລັ່ງ ​ໄດ້​ຈັດ “ວັນ​ຄອບຄົວ​ອາ​ຊຽນ“ ປະຈຳ​ປີ​ຢູ່​ນະຄອນ Ris Orangis ຊານ​ນະຄອນຫຼວງ Paris. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ Tan Sri Ismail Omar ​ເອກ​ອັກຄະ​ລັດຖະທູດ​ມາ​ເລ​ຊ​ເຊຍ ປະຈຳ​ຝະລັ່ງ, ປະທານ​ຜັດປ່ຽນ​ບັນດາ​ປະ​ເທດ​ອາ​ຊຽນ ປະຈຳ​ຝະລັ່ງ ​ເນັ້ນໜັກ​ວ່າ: ການ​ເຄື່ອນ​ໄຫວ​ນີ້​ປະກອບສ່ວນ​ຊຸກຍູ້​ນ້ຳໃຈ​ສາມັກຄີ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທ​ດາ​ອາຊຽນ. ມຸ້ງ​ໄປ​ສູ່​ການ​ສ້າງ​ປະຊາ​ຄົມ​​ເສດຖະກິດອາ​ຊຽນ ​ໃນ​ປີ 2015. “ວັນ​ຄອບຄົວ​ອາ​ຊຽນ“ ​ໄດ້​ກາຍ​ເປັນ​ວັນ​ບຸນ​ຢ່າງ​ແທ້​ຈິງ​ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ສິລະ​ປະ ​ແລະ ກິລາ​ທີ່​ຟົດ​ຟື້ນ​ມ່ວນ​ຊື່ນ​ຄື: ສະ​ແດງ​ຊຸດ​ອາພອນ​ພື້ນ​ເມືອງ​, ຟ້ອນ​ລວມໝູ່, ດຶງ​ເສືອກ, ​ເຕະບານ....​ໃນ​ໂອກາດ​ນີ້, ບັນດາ​ປະ​ເທດ​ອາ​ຊຽນ ຍັງ​​ແນະນຳ​ບັນດາ​ເຍື່ອງ​ອາຫານ​ພິ​ເສດສະ​ເພາະ​ຂອງ​ປະ​ເທດ​ຕົນ. ບັນດາເພື່ອນ​ມິດສາ​ກົນ​ໄດ້​ເຂົ້າມາ​ຮັບ​ປະທານເຍື່ອງ​ອາຫານຕ່າງໆ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດນາມ​ ​ເປັນ​ຈຳ​ນວນຫຼາຍ./.

ຂ່າວ/ບົດ​ອື່ນ