ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ບາງທ້ອງຖິ່ນ

(VOVWORLD) -ຕອນຄຳວັນທີ 18 ພະຈິກ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ້ອງ ໄດ້ເຂົ້າຮ່ວມບັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດກັບປະຊາຊົນຕາແສງ ຖຸຍເຄ ເມືອງໄຕໂຮ່ ຮ່າໂນ້ຍ
ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ບາງທ້ອງຖິ່ນ - ảnh 1ທ່ານນາງຕ່ອງທິຟ້ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ

ເນື່ອງໃນໂອກາດສະເຫຼີມສະຫຼອງ 87 ປີແຫ່ງວັນມູນເຊື້ອຂອງແນວໂຮມປະເທດຊາດຫວຽດນາມ (ຄືວັນທີ 18 ພະຈິກປີ 1930 – 18 ພະຈິກປີ 2017) ຕອນຄຳວັນທີ 18 ພະຈິກ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ້ອງ ໄດ້ເຂົ້າຮ່ວມບັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດກັບປະຊາຊົນຕາແສງ ຖຸຍເຄ ເມືອງໄຕໂຮ່ ຮ່າໂນ້ຍ. ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ້ອງ ຢືນຢັນວ່າເມື່ອປະຊາຊົນສາມັກຄີ ເປັນຈິດໜຶ່ງໃຈດຽວ ພາຍໃຕ້ການຮຽກຮ້ອງຂອງແນວໂຮມປະເທດຊາດ,      ແນ່ນອນວ່າ ປະເທດຊາດຈະກ້າວຂຶ້ນຢ່າງໝັ້ນຄົງ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ຍຶດໝັ້ນປະຕິບັດເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸດຕິທຳ, ປະຊາທິປະໄຕ, ສິວິໄລ, ທີ່ຕັ້ງບົດບາດຂອງຫວຽດນາມໃນເວທີສາກົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ.

     ຕອນຄ່ຳຂອງວັນດຽວກັນ, ທ່ານຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ເຈີນວັນຕຸ້ຍ ກໍໄດ້ ເຂົ້າຮ່ວມບັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດກັບປະຊາຊົນຕາແສງນີງຊ້າ ແຂວງບັກນິງ. 

ຕອບກັບ

ຂ່າວ/ບົດ​ອື່ນ