ວັນບຸນ“ຮ່ວມເດີນທາງພ້ອມກັບຊາວໜຸ່ມກຳມະກອນ”ປີ2016

ວັນບຸນ“ຮ່ວມເດີນທາງພ້ອມກັບຊາວໜຸ່ມກຳມະກອນ”ປີ2016 - ảnh 1
ການເຄື່ອນໄຫວຕ່າງໆໃນງານບຸນ
(ພາບ:kinhtedothi.vn)

(vovworld) –  ​ໂດຍຕອບ​ສະໜອງ​ເດືອນ​ກຳມະກອນ​ປີ 2016, ຕອນ​ເຊົ້າ​ວັນ​ທີ 28/5, ຢູ່​ເຂດ​ອຸດສາຫະກຳ​ທັງ​ລອງ, ຄະນະ​ຊາວ​ໜຸ່ມ​ນະຄອນ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ວັນ​ບຸນ​ຮ່ວມ​ເດີນທາງ​ພ້ອມ​ກັບ​ຊາວ​ໜຸ່ມ​ກຳມະກອນ​ປີ 2016 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ໜຸ່ມ​ກຳມະກອນ 4.000 ຄົນ. ວັນ​ບຸນ​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ບົດບາດ​ປະຈັນບານ​ຂອງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ໃນ​ວຽກ​ງານ​ການ​ສຶກສາ, ​ເບິ່ງ​ແຍງ​ດູ​ແລ, ໜູນ​ຊ່ວຍ, ຮ່ວມ​ເດີນທາງ​ພ້ອມ​ກັບ​ຊາວ​ໜຸ່ມ​ກຳມະກອນ​ໃນ​ໄລຍະ​ປະຈຸ​ບັນ. ​ໃນ​ຂອບ​ເຂດ​ວັນ​ບຸນ​ໄດ​້ດຳ​ເນີນ​ການ​ເຄື່ອນ​ໄຫວ​ຟົດ​ຟື້ນ, ​ແທດ​ຈິງ​ຫຼາຍ​ຢ່າງຄື: ຈັດ​ຕັ້ງ​ບັນດາ​ການ​ລະ​ຫຼິ້ນ​ສ້າງ​ການ​ພົວພັນ​ແລກປ່ຽນ, ຄວາມສະໜິດ​ຕິດ​ພັນ​ລະ​ຫວ່າງ​ບັນດາ​ຊາວ​ໜຸ່ມ​ກຳມະກອນ​ຢູ່​​ໃນ​ເຂດ​ຊຸມ​ຊົນ, ການ​ພົວພັນ​ແລກປ່ຽນ​ສິລະ​ປະ “ສຽງ​ເພັງ​ຊາວ​ໜຸ່ມ​ກຳມະກອນ”… ​ເຂົ້າ​ຮ່ວມ​ວັນ​ບຸນ, ທ້າວ ຈິ້ງ​ງອກ​ຕ່ວຽນ, ກຳມະກອນ​ບໍລິສັດ Sumitomo Heavy, ​ແບ່ງ​ປັນ​ວ່າ:

        “ມື້​ນີ້, ພວ​ກ​ຂ້າພະ​ເຈົ້າມີ​ຄວາມ​ເບີກ​ບາ​ນມ່ວນ​ຊື່ນ​ຫຼາຍ​ຍ້ອນ​ໄດ້​ຮຳ່ຮຽນ​ເອົາ​ບົດຮຽນ​ຈາກ​ກຳ​ມະ​ບານ​​ເພື່ອ​ຍົກ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ບໍລິສັດ. ບັນດາ​ການ​ເຄື່ອນ​ໄຫວ​ໃນ​ວັນ​ບຸນມີ​ຄວາມ​ໝາຍຢ່າງ​ແທດ​ຈິງ, ຊ່ວຍ​ໃຫ້​ກຳມະກອນ​ຢູ່​ບັນດາ​ເຂດ​ອຸດສາຫະກຳ​ຕິດ​ພັນ​ນຳ​ກັນ​ກ່ວາ. ຂ້າພະ​ເຈົ້າ​ກໍ່​ຫວັງ​ວ່າ​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຄື​ແນວ​ນີ້​ກ່ວາ​ເພື່ອ​ໃຫ​້ອ້າຍ​ເອື້ອຍ​ນ້ອງ​ຮຳ່ຮຽນ​ເຊິ່ງກັນ​ແລະ ກັນ ​ແລະ ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່.”

 


ຂ່າວ/ບົດ​ອື່ນ