ວັນບຸນແລກປ່ຽນພາສາຢູ່ ດ່າໜັງ ມີຄວາມຟົດຟື້ນ

ວັນບຸນແລກປ່ຽນພາສາຢູ່ ດ່າໜັງ ມີຄວາມຟົດຟື້ນ - ảnh 1
ວັນບຸນແລກປ່ຽນພາສາຢູ່ ດ່າໜັງ ມີຄວາມຟົດຟື້ນ
(ພາບ: doancuong)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 21 – 22/01, ພະ​ແນ​ກສຶກສາ ​ແລະ ບຳລຸງ​ສ້າງ​ນະຄອນ ດ່າໜັງ ​ໄດ້ຈັດ​ຕັ້ງ​ວັນ​ບຸນ​ພົບ​ປະແລກປ່ຽນ​ພາສາ​ຄັ້ງ​ທີ 1 ປີ 2017. ມີພະນັກງານ, ຄູ​ອາ​ຈານ, ນັກຮຽນ, ນັກ​ສຶກສາ​ເປັນ​ຈຳນວນ​ຫລວງຫລາຍ​​ເຊິ່ງ​ມາ​ຈາກ​ບັນດາ​ໂຮງຮຽນ ​ແລະ ສູນບຳລຸງ​ສ້າງ, ສູນຝຶກ​ອົບຮົມ​ພາສາກ່ວາ 20 ​ແຫ່ງ​ໃນ​ບໍລິ​ເວນ​ນະຄອນ ດ່າ​ໜັງ ​. ​ໃນ​ຂອບ​ເຂດ​ວັນ​ບຸນ ​ມີບັນດາ​ການ​ເຄື່ອນ​ໄຫວ​ຟົດ​ຟື້ນ​ຄື: ​ການ​ແຂ່ງຂັນເຕັ້ນ​ລຳ, ​ແຂ່ງຂັນຊອກ​ຫາຄວາມ​ເກັ່ງ​ກ້າ​ສາມາດດ້ານ​ພາສາ, ​ແຂ່ງ​ຂັນບັນ​ລະ​ຍາຍ​ກ່ຽວ​ກັບ​ບັນດາ​ພື້ນ​ຖານ​ເສດຖະກິດ​ຂອງ​ປະ​ເທດ​ ເປັນ​ສະມາຊິກ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ - ປາຊີ​ຟິກ (APEC), ​ແຂ່ງຂັນ​ສິລະ​ປະ ​ແລະ ຮ້ານວາງສະ​ແດງ. ບັນດາ​ນັກຮຽນ ຫວຽດນາມ ​ເຂົ້າ​ຮ່ວມ​ວັນ​ບຸນ​ໄດ້​ພົບ​ປະ​ແລກປ່ຽນ, ສະ​ແດງ​ບັນດາ​ບົດ​ເພງ​ດ້ວຍ​ພາສາ ອັງກິດ, ຝະລັ່ງ, ສ.​ເກົາຫຼີ, ຍີ່ປຸ່ນ…​ພວກ​ນັກຮຽນ​ຕ່າງປະ​ເທດກໍ່ສະ​ແດງ​ດ້ວຍ​ພາສາ ຫວຽດນາມ. ຄຽງ​ຂ້າງ​ນັ້ນທີ່ ວັນ​ບຸນ ຍັງ​ມີ​ຫລາຍ​ການ​ເຄື່ອນ​ໄຫວ​ຄື ງານວາງສະ​ແດງ​ແນະນຳ​ປື້​ມອ່ານ; ​ໃຫ້​ຄຳປຶກສາ​ແກ່​ຜູ້​ມີ​ຄວາມ​ຕ້ອງການຢາ​ກ​ຮຽນ​ພາສາ​ຕ່າງປະ​ເທດ.

ຂ່າວ/ບົດ​ອື່ນ