ວັນປື້ມຫວຽດນາມ-ສົ່ງເສີມທົ່ວປວງຊົນອ່ານປື້ມ

ວັນປື້ມຫວຽດນາມ-ສົ່ງເສີມທົ່ວປວງຊົນອ່ານປື້ມ - ảnh 1
ມີຜູ້ອ່ານຫລາຍຄົນເຂົ້າຮ່ວມວັນປື້ມຫວຽດນາມ
ພາບ:internet


(vovworld)- ຕອນ​ຄຳ່​ວັນ​ທີ 19/4, ພິທີ​ປະກາດ​ຂໍ້​ຕົກລົງ​ຂອງ​ນາ​ຍົກ​ລັດຖະມົນຕີ​ກ່ຽວ​ກັບ​ວັນ​ປື້​ມຫວຽດນາມ ຖືກ​ຈັດ​ຂຶ້ນ​ຢູ່ ສະຫນາມ​ຫລວງ ຫລີ​ທາຍ​ໂຕ - ຮ່າ​​ໂນ້ຍ. ຕອນ​ເຊົ້າ​ວັນ​ດຽວ​ກັນ, ຖະຫນົນ​ປື້​ມຖືກ​ໄຂ​ຂຶ້ນ​ຢູ່​ຖະ​ຫນົ້ນ ​ໂງກ​ວຽນ- ດີງ​​ເລ ຮ່າ​ໂນ້ຍ. ປື້​ມທີ່​ນຳ​ມາ​ວາງສະ​ແດງ​ຢູ່​ທີ່​ນີ້​ແມ່ນ​ຕາມ​ຫົວ​ເລື່ອງ: ​ໄຊຊະນະ​ດ້ຽນບຽນ​ຝູ, ທະ​ເລ​ແລະໝູ່​ເກາະ ບ້ານ​ເກ​ີດ​ເມືອງ​ນອນ, ສະ​ເຫລີ​ມສະຫລອງ 60 ປີ​ແຫ່ງ​ວັນ​ປົດ​ປ່ອຍນະຄອນຫລວງ, ​ແນະນຳ​ບັນດາ​ມໍລະດົກ​ວັດທະນະທຳ​ຂອງ​ຫວຽດນາມ​ທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກ​ໂລກ. ສ່ວນ​ຢູ່​ນະຄອນ​ໂຮ່ຈິ​ມີນ ​ກໍ່ໄດ້​ຈັດການ​ເຄື່ອນ​ໄຫວ​ຫລາຍ​ຢ່າງຕອບ​ສະຫນອງ​ວັນ​ປື້​ມຫວຽດນາມ​ຄັ້ງ​ທີ 1. ທ່ານ ​ເຮືອງ​ອກທ້ວນ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ ນະຄອນ ​ໂຮ່ຈິ​ມີ​ນ ​ໃຫ້​ຮູ້​ວ່າ:

“ນະຄອນ​ໂຮ່ຈິ​ມີນ ຕອບ​ສະຫນອງ​ວັນ​ປື້​ມຫວຽດນາມ​, ຈຸດ​ສຸມ​ແມ່ນ​ຈັດການ​ປະ​ຖະກະຖາຫົວ​ເລື່ອງ​ສະ​ເພາະ, ພົວ​ພັນ​ແລກປ່ຽນ ​ເພື່ອ​ແນະນຳ​ເຖິງ​ຜູ້​ອ່ານ​ບັນດາ​ປື້​ມ​ ມ່ວນ ​ເພື່ອ​ໃຫ້​ພວກ​ເຮົາສ້າງ​ຄວາມ​ຊີ​ນ​ເຄີຍ​ໃນ​ການ​ອ່ານ​ປື້​ມ, ​ເປັນ​ຕົ້ນ​ແມ່ນ​​ເພື່ອນ​ຫນຸ່ມ.”

ຂ່າວ/ບົດ​ອື່ນ