ວັນວິທະຍາສາດແລະເຕັກໂນໂລຊີຫວຽດນາມ2017ດ້ວຍຫົວຂໍ້ “ວິທະຍາສາດ-ຂໍກຸນແຈອະນາຄົດ”

(VOVWORLD) -ພິທີມອບລາງວັນ ຕ້າກວາງບື໋ວ (ສາດສະດາຈານ, ນັກວິທະຍາສາດຫວຽດນາມ) ປີ 2017 ໄດ້ດຳເນີນໃນຕອນເຊົ້າວັນທີ 18 ພຶດສະພາຢູ່ ຮ່າໂນ້ຍ. 

ວັນວິທະຍາສາດແລະເຕັກໂນໂລຊີຫວຽດນາມ2017ດ້ວຍຫົວຂໍ້ “ວິທະຍາສາດ-ຂໍກຸນແຈອະນາຄົດ” - ảnh 1 ພິທີມອບລາງວັນ

ພາບ:ອິນເຕີແນັດ

ນີ້ແມ່ນເຫດການໃຫຍ່ ນອນໃນບັນດາເຫດການຂ່ຳນັບຮັບຕ້ອນ ວັນວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຄືວັນທີ 18 ພຶດສະພາ ປີ 2017 ດ້ວຍຫົວຂໍ້ “ວິທະຍາສາດ - ຂໍກຸນແຈອະນາຄົດ”. ລາງວັນ ຕ້າກວາງບື໋ວ ປີນີ້ ແມ່ນມອບໃຫ້ນັກວິທະຍາສາດ 2 ຄົນ, ນັ້ນແມ່ນ ຮອງສາດສະດາຈານ ປອ ຫງວຽນຊຸມ, ສັງກັດມະຫາວິທະຍາໄລ ກູຍເຍີນ ດ້ວຍກິດຈະກຳຄະນິດສາດ 2015 ແລະ ສາດສະດາ ປອ ຟານແທງເຊີນນາມ, ມະຫາວິທະຍາໄລຊັບພະວິຊາ, ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມີນ ດ້ວຍກິດຈະກຳວິທະຍາສາດດີເດັ່ນ. ກ່າວຄຳເຫັນນະພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ຖືວ່າ: ປະຊາຄົມວິທະຍາສາດ, ເຕັກໂນໂລຊີ ຄວນມານະພະຍາຍາມຫລາຍກວ່າອີກ ເພື່ອສາມາດທັດທຽມກັບໂລກ.

        “ບັນຫາທີ່ວາງອອກ ນັ້ນແມ່ນ ເຮັດແນວໃດເພື່ອໃຫ້ຂະບວນການຢູ່ບັນດາມະຫາວິທະຍາໄລ, ບັນດານັກສຶກສາຫາກໍ່ຮຽນຈົບມີຄວາມເມົາມົວກັບການຄົ້ນຄ້ວາ. ພ້ອມກັນນັ້ນ ຕ້ອງມີບັນດາກົນໄກກ່ຽວກັບວິທະຍາສາດເພື່ອສ້າງສະພາບແວດລ້ອມໂດຍມີການຫນູນຊ່ວຍທີ່ຈຳເປັນເພື່ອໃຫ້ບັນດານັກວິທະຍາສາດພ້ອມແລ້ວອຸທິດສ່ວນໃຫ້ວິທະຍາສາດ ແລະ Starup ປະດິດສ້າງ.”

ຕອບກັບ

ຂ່າວ/ບົດ​ອື່ນ