ວັນອາຊຽນປ້ອງກັນ,ຕ້ານໄຂ້ເລືອດອອກ:ຮ່າໂນ້ຍປຸກລະດົມບັ້ນອະນາໄມສິ່ງແວດລ້ອມ

(VOVWORLD)-ວັນທີ 6/5, ພະແນກສາທາລະນະສຸກ ຮ່າໂນ້ຍ ສົມທົບກັບ ຄະນະກຳມະການປະຊາຊົນເມືອງ ຮ່າດົງ ໄດ້ຈັດຕັ້ງພິທີປຸກລະດົມບັ້ນອະນາໄມສິ່ງແວດລ້ອມ, ຕອບສະຫນອງວັນ ອາຊຽນ ປ້ອງກັນ, ຕ້ານໄຂ້ເລືອດອອກ 15/6. 
ວັນອາຊຽນປ້ອງກັນ,ຕ້ານໄຂ້ເລືອດອອກ:ຮ່າໂນ້ຍປຸກລະດົມບັ້ນອະນາໄມສິ່ງແວດລ້ອມ - ảnh 1 ສີດພົ່ນຢາຂ້າຍຸງຕາມເຂດຊຸມຊົນ

ກ່າວຄຳເຫັນນະພິທີ, ທ່ານ ເຈີນດັກຟູ, ຫົວຫນ້າກົມການແພດປ້ອງກັນ ໄດ້ເນັ້ນຫນັກວ່າ: ຫລາຍປີຜ່ານມາ, ຮ່າໂນ້ຍ ຍາມໃດກໍ່ແມ່ນທ້ອງຖິ່ນເກີດພະຍາດໄຂ້ເລືອດອອກ ແລະ ແຕ່ລະປີ ມີພັນໆຄົນຖືດຕິດພະຍາດດັ່ງກ່າວ. ທ່ານ ເຈີນດັກຟູ ສະເຫນີ ຄະນະພັກທຸກ, ອຳນາດການປົກຄອງທຸກຂັ້ນ, ບັນດາກະຊວງ ຂະແຫນງການ ແລະ ທ້ອງຖິ່ນ, ພິເສດແມ່ນຂະແຫນງສາທາລະນະສຸກ ຄວນເຂົ້າຮ່ວມຢ່າງຕັ້ງຫນ້າ, ເປັນເຈົ້າການໃນການຄົ້ນພົບ, ແກ້ໄຂບັນດາບ່ອນເກີດໂລກພະຍາດ ບໍ່ໃຫ້ແຜ່ລາມອອກສູ່ວົງກວ້າງ. ພາຍຫລັງພິທີປຸກລະດົມ, ຄະນະກຳມະການເມືອງ ຮ່າດົງ ໄດ້ສົ່ງ 5 ຄະນະລົງກວດການການປ້ອງກັນ ຕ້ານພະຍາດໄຂ້ເລືອດອອກ ແລະ ພະຍາດຍ້ອນໄວຣັດ Zika ຢູ່ ຕາແສງ ຟູເລືອງ, ເມືອງຮ່າດົງ. 

ຕອບກັບ

ຂ່າວ/ບົດ​ອື່ນ