ວັນອາທິດສີຂຽວທົ່ວປະເທດສະແດງເຖິງຫຼັກສິນທໍາ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນໍ້າ”

(VOVWORLD) -ວັນທີ 22 ກໍລະກົດ 2018, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ຜັນຂະຫຍາຍລາຍການ “ວັນອາທິດສີຂຽວທົ່ວປະເທດຄັ້ງທີ 6 ປີ 2018” ຕິດພັນກັບບັນດາການເຄື່ອນໄຫວເພື່ອສະເຫຼີມສະຫຼອງ 71 ປີ ແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 – 27/7/2018). 

ວັນອາທິດສີຂຽວທົ່ວປະເທດສະແດງເຖິງຫຼັກສິນທໍາ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນໍ້າ” - ảnh 1ຖະຫວາຍທູບທຽນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ 

 (ພາບ:Tienphong.vn)

ວັນອາທິດສີຂຽວທົ່ວປະເທດ ຄັ້ງທີ 6 ປີ 2018 ໄດ້ດໍາເນີນ ຢູ່ 63 ແຂວງ, ນະຄອນ ໃນທົ່ວປະເທດ. ບັນດາການເຄື່ອນໄຫວຕົ້ນຕໍຄື: ປູກຕົ້ນໄມ້;ບູລະນະ, ປະຕິສັງຂອນສຸສານ, ອະນຸສາວະລີ, ເຂດປູຊະນີຍະສະຖານແຫ່ງຕ່າງໆ; ໄປຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວແມ່ຫວຽດນາມວິລະຊົນ... ທ່ານ ເລວັນຈຸງ, ເລຂາຄະນະຊາວໜຸ່ມແຂວງແທງຮວ໋າ, ໃຫ້ຮູ້ວ່າ:

        “ແຂວງແທັງຮວ໋າ ໄດ້ປຸກລະດົມຊາວໜຸ່ມກວ່າ 100.000 ຄົນເຂົ້າຮ່ວມການເຄື່ອນໄຫວວັນອາທິດສີຂຽວ. ພວກຂ້າພະເຈົ້າໄດ້ສຸມໃສ່່ 03 ໜ້າວຽກຕົ້ນຕໍຄື: ໜູນຊ່ວຍບັນດາຄອບຄົວທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ, ເຮັດອະນາໄມສິ່ງແວດລ້ອມ; ຈັດຕັ້ງການເຮັດອະນາໄມຢູ່ບັນດາສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເນື່ອງໃນໂອກາດ ວັນທີ 27 ກໍລະກົດ ແລະ ປຸກລະດົມກໍາລັງຊາວໜຸ່ມ ເຮັດອະນາໄມສິ່ງແວດລ້ອມເຂດທະເລອີກດ້ວຍ”.

ວັນອາທິດສີຂຽວທົ່ວປະເທດສະແດງເຖິງຫຼັກສິນທໍາ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນໍ້າ” - ảnh 2ພິທີອອກເຄື່ອນພົນວັນອາທິດສີຂຽວ (ພາບ:Tienphong.vn)

        “ວັນອາທິດສີຂຽວ” ໄດ້ຮັບການຕອບສະໜອງ ຢ່າງກວ້າງຂວາງ ຈາກທົ່ວສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ