ວິສາຫະກິດຂະແໜງໄຟຟ້າ-ເອເລກໂຕນິກຫວຽດນາມພວມມີຫຼາຍກາລະໂອກາດໃນວິວັດການເຊື່ອມໂຍງ

ວິສາຫະກິດຂະແໜງໄຟຟ້າ-ເອເລກໂຕນິກຫວຽດນາມພວມມີຫຼາຍກາລະໂອກາດໃນວິວັດການເຊື່ອມໂຍງ - ảnh 1
ພາບປະກອບ

(vovworld) – ຫວຽດນາມ ພວມ​ມີ​ກາລະ​ໂອກາດທີ່​ດີ​ຫຼາຍ​ຢ່າງ​ໃນ​ວິວັດ​ການ​ເຊື່ອມ​ໂຍງ​ເສດຖະກິດ ການ​ຄ້າ​ທົ່ວ​ໂລກ, ພິ​ເສດ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ໃນ​ຂະ​ແໜງ​ໄຟຟ້າ - ​ເອ​ເລກ​ໂຕ​ນິກ. ນັ້ນ​ແມ່ນ​ຄຳ​ຢັ້ງຢືນ​ຂອງ​ບັນດາ​ນັກ​ຊ່ຽວຊານ​ເສດຖະກິດ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ເຊື່ອມ​ໂຍງ​ຕະຫຼາດ​ທົ່ວ​ໂລກ​ດ້ວຍ​ຫົວ​ຂໍ້​ວ່າ “ນຳ​ໃຊ້ກາລະ​ໂອກາດ​ແລກປ່ຽນ​ການຄ້າກັບສາກົນ - ​ເຊື່ອມ​ໂຍງ​ກັບຕະຫຼາດ​ທົ່ວ​ໂລກ”, ​ໂດຍ​ສະຫະ​ສະມາຄົມ​ວິ​ສາ​ຫະກິດນະຄອນ ​ໂຮ່ຈີ​ມິ​ນ (HUBA) ຈັດ​ຕັ້ງ​ໃນ​ວັນ​ທີ 30/7 ຢູ່​ນະຄອນ ​ໂຮ່ຈີ​ມິນ. ຕາມ​ທ່ານ ຟ້າ​ມງອກ​ຮືງ, ຮອງ​ປະທານ HUBA ​ແລ້ວ, ​ໃນ​ສະພາບ​ການ ຫວຽດນາມ ​ແມ່ນ​ສະມາຊິກ WTO ​ແຕ່​ປີ 2007 ກໍ່​ຄື​​ໃນຕໍ່ໜ້າ​ບັນດາ​ສັນຍານ​ຕັ້ງໜ້າ​ກ່ຽວ​ກັບ​ຄວາມ​ສາມາດ​ເຈລະຈາ​ບັນດາ​ສັນຍາ​ການ​ຄ້າສຳ​ເລັດ​ຜົນ, ວິ​ສາ​ຫະກິດ ຫວຽດນາມ ພວມ​ມີ​​ກາລະ​ໂອກາດ​ທີ່​ດີ​ຫຼາຍ​ຢ່າງໃນ​ວິວັດ​ການ​ເຊື່ອມ​ໂຍງ​ເສດຖະກິດ​ການ​ຄ້າ​ທົ່ວ​ໂລກ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ວິ​ສາ​ຫະກິດ ຫວຽດນາມ, ພິ​ເສດ​ແມ່ນ​ບັນດາ​ຫົວໜ່ວຍ​ເຄື່ອນ​ໄຫວ​ໃນ​ຂະ​ແໜງ​ໄຟຟ້າ - ​ເອ​ເລກ​ໂຕ​ນິກ ກໍ່​ຕ້ອງ​ມານະ​ພະຍາຍາມ​ຜ່ານ​ຜ່າ​ບັນ​ດາ​ການ​ທ້າ​ທາຍ​ບໍ່​ແມ່ນຫ​ນ້ອຍ​ໃນ​ຕະຫຼາດ​ໂລກ​ຜ່ານ​ການ​ຕອບສະໜອງ, ປະຕິບັດ​ມາດຕະຖານ, ຂໍ້​ກຳນົດ​ສາກົນ​ທີ່ສັບສົນ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ເຕັກນິກ, ການ​ທົດ​ລອງ, ຢັ້ງ​ຢືນ​ຜະລິດ​ຕະພັນ.

 


ຂ່າວ/ບົດ​ອື່ນ